ງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ 5 ເປີດບໍລິການໃຫ້ສື່ມວນຊົນລົງທະບຽນ

2022-09-21 14:30:52 cri

    ລະບົບລົງທະບຽນສຳລັບສື່ມວນຊົນຂອງງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ 5 ເປີດບໍລິການໃຫ້ສື່ມວນຊົນນັບແຕ່ວັນທີ 21 ກັນຍານີ້ ຫາ ວັນທີ 10 ຕຸລາທີ່ຈະມາເຖິງນີ້.

    ນັກຂ່າວສາມາດລົງທະບຽນຜ່ານທາງເວັບໄຊຂອງງານດັ່ງກ່າວ, ຄື: www.ciie.org, ຫຼື ແອັບຂອງງານ.

    ຍ້ອນຄຳນຶງເຖິງຄວາມຕ້ອງການດ້ານການປ້ອງກັນພະຍາດໂຄວິດ-19, ງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ 5 ຕົ້ນຕໍຈະເຊີນສື່ມວນຊົນຈີນ ແລະນັກຂ່າວຕ່າງປະເທດປະຈຳແຜ່ນດິນໃຫຍ່ຈີນເຂົ້າຮ່ວມ.