ປະທານາທິບໍດີຣັດເຊຍປະກາດປຸກລະດົມກຳລັງພົນບາງພາກສ່ວນ

2022-09-22 14:38:00 cri


ວັນທີ 21 ກັນຍານີ້ຕາມເວລາທ້ອງຖິ່ນ, ທ່ານວາລະດີເມຍ ປູຕິນ ປະທານາທິບໍດີຣັດເຊຍໄດ້ກ່າຄຳປາໄສຜ່ານທາງວິດີໂອ, ໂດຍປະກາດເລີ່ມປຸກລະດົມກຳລັງພົນບາງພາກສ່ວນນັບແຕ່ວັນທີ 21 ກັນຍານີ້.

ອີງຕາມກົດໝາຍທີ່ປະກາດໄປກ່ອນໜ້ານີ້, ກຸ່ມຄົນເປົ້າໝາຍຂອງການປຸກລະດົມຄັ້ງນີ້ແມ່ນພົນລະເມືອງທີ່ເປັນທະຫານກອງໜູນໃນປັດຈຸບັນ. ການປຸກລະດົມຄັ້ງນີ້ຄາດວ່າຈະຮັບທະຫານກອງໜູນຈຳນວນ 3 ແສນຄົນເຂົ້າປະຈຳການໃນກອງທັບ.