OECD ປັບຫຼຸດຕົວເລກຄາດໝາຍການເຕີບໂຕເສດຖະກິດຂອງໂລກໃນປີ 2023 ລົງເປັນ 2,2%

2022-09-27 11:08:21 cri


ວັນທີ 26 ກັນຍາ 2022, ອົງການການຮ່ວມມືເສດຖະກິດແລະການພັດທະນາຫຼື OECD ໄດ້ເປີດເຜີຍບົດລາຍງານການແລມອງເສດຖະກິດໄລຍະກາງໂດຍລະບຸວ່າ: ຈັງຫວະການເຕີບໂຕຂອງເສດຖະກິດໂລກຊ້າລົງໄດ້ລື່ນກາຍການຄາດໝາຍ, ຄາດວ່າປີ 2022 ເສດຖະກິດໂລກຈະເຕີບໂຕພຽງ 3%, ຮອດປີ 2023 ຈະຊ້າລົງຕື່ມອີກໂດຍຈະຢູ່ໃນລະດັບ 2,2%, ຕ່ຳກວ່າຕົວເລກຄາດໝາຍ 2,8% ຂອງເດືອນກໍລະກົດປີນີ້.

ບົດລາຍງານຊີ້ໃຫ້ເຫັນວ່າ: ກຸ່ມເສດຖະກິດຈຳນວນຫຼວງຫຼາຍພວມຜະເຊີນກັບບັນຫາເງິນເຟີ້ຂະໜາດໃຫຍ່, ຄາດວ່າລະດັບເງິນເຟີ້ໂດຍລວມຂອງກຸ່ມເສດຖະກິດສຳຄັນສ່ວນຫຼາຍຈະຂຶ້ນຮອດລະດັບສູງສຸດໃນໄຕມາດທີ 3 ປີນີ້. ປີໜ້າ, ເຖິງວ່ານະໂຍບາຍຮັດແໜ້ນເງິນຕາແລະຂວດອຸດຕັນການສະໜອງຈະຜ່ອນຄາຍລົງເຊິ່ງຫວັງວ່າຈະສາມາດຜ່ອນຄາຍຄວາມກົດດັນດ້ານເງິນເຟີ້ຂອງໂລກໄດ້ຈຳນວນໜຶ່ງ, ແຕ່ວ່າລາຄາພະລັງງານແພງຂຶ້ນແລະຕົ້ນທຶນດ້ານແຮງງານສູງຂຶ້ນອາດຈະເຮັດໃຫ້ເງິນເຟີ້ຜ່ອນຄາຍຊ້າລົງ.