ປະລິມານກະເປົາສົ່ງດ່ວນຂອງຈີນຄອງຖານະອັນດັບທີ 1 ໃນໂລກເປັນ ເວລາ 8 ປີລຽນຕິດ

2022-10-02 14:55:13 CRI

 

ຕາມຂ່າວCRI: ໃນຮອບ 10 ປີຜ່ານມານີ້, ຄວາມສາມາດດ້ານການ ຄຸ້ມຄອງຂອງຂະແໜງການໄປສະນີແລະສົ່ງດ່ວນຂອງຈີນໄດ້ຮັບການຍົກສູງຂຶ້ນຢ່າງຕໍ່ເນື່ອງ. ທ່ານໄຕ້ຢີງຈູ່ນ, ຮອງຫົວໜ້າກົມໄປສະນີແຫ່ງຊາດຈີນ ກ່າວວ່າ: ນັບແຕ່ ກອງປະຊຸມໃຫຍ່ຄັ້ງທີ 18 ຂອງພັກກອມມູນິດຈີນໄດ້ຈັດຂຶ້ນເປັນຕົ້ນມາ, ຕາໜ່າງໄປສະນີຂອງຈີນໄດ້ລົງຮາກຖານຢ່າງໄວກວ່າເກົ່າ, ໄດ້ປະກອບສ້າງ ຕາໜ່າງໄປສະນີແລະການສົ່ງດ່ວນທີ່ປົກຫຸ້ມທົ່ວປະເທດ, ເຂົ້າເຖິງຊົນນະບົດໄດ້ແລະເຊື່ອມຕໍ່ກັບທົ່ວໂລກໂດຍພື້ນຖານ.

 

ທ່ານໄຕ້ຢີງຈູ່ນກ່າວວ່າ, ນັບແຕ່ປີ 2012 ຫາປີ 2021, ລາຍຮັບດ້ານວຽກງານຂະແໜງການໄປສະນີໄດ້ເພີ່ມຂຶ້ນຈາກ 198,09 ຕື້ຢວນເປັນ 1264,23 ຕື້ຢວນ, ຂະໜາດການເພີ່ມຂຶ້ນສະເລ່ຍຕໍ່ປີມີເຖິງ 22,9%. ປະລິມານກະເປົາສົ່ງດ່ວນຈາກ 5,7 ຕື້ອັນເພີ່ມຂຶ້ນເປັນ 108,3 ຕື້ອັນ, ໄດ້ຄອງຖານະອັນດັບ 1 ໃນໂລກເປັນເວລາ 8 ປີລຽນຕິດ.

 

ພ້ອມກັນນັ້ນ, ວິສາຫະກິດການຈໍລະຈອນສິນຄ້າໂດຍດ່ວນຕ່າງໆກໍໄດ້ເລັ່ງລັດການພັດທະນາວຽກງານຂ້າມຊາດ. ນັບມາຮອດປັດຈຸບັນນີ້, ວຽກງານສົ່ງດ່ວນສາກົນຂອງບໍລິສັດຈີທູ້ໄດ້ປົກຫຸ້ມຫຼາຍປະເທດ ເຊັ່ນ: ອິນໂດເນເຊຍ, ຫວຽດນາມ, ມະເລເຊຍ, ໄທ, ຟີລິບປີນແລະປະເທດອື່ນໆ.