ນາຍົກໂດມີນິກກ່າວວ່າ: ຂໍ້ລິເລີ່ມການພັດທະນາຂອງໂລກທີ່ສະເໜີໂດຍຈີນຊ່ວຍປະເທດພວມພັດທະນາແກ້ໄຂບັນຫາຫຍຸ້ງຍາກ

2022-10-04 12:55:46 CRI


     ຫວ່າງກ່ອນນີ້ບໍ່ດົນ, ທ່ານໂຣເຊເວນດ໌ ສະເຄີຣິດ ນາຍົກລັດຖະມົນຕີໂດມີນິກໄດ້ໃຫ້ສຳພາດຕໍ່ສື່ມວນຊົນຈີນຢູ່ນະຄອນຫຼວງໂຣຊີວວ່າ: ຂໍ້ລິເລີ່ມການພັດທະນາຂອງໂລກທີ່ສະເໜີໂດຍຈີນໄດ້ສະໜອງກົນໄກສະໜັບສະໜູນໃຫ້ແກ່ບັນດາປະເທດພວມພັດທະນາ, ແລະຈະສ້າງໂອກາດຢ່າງຫຼວງຫຼາຍໃຫ້ແກ່ປະຊາຊົນໂດມີນິກ.


     ທ່ານສະເຄີຣິດກ່າວວ່າ: ຂໍ້ລິເລີ່ມການພັດທະນາຂອງໂລກໃຫ້ຄວາມສຳຄັນແກ່ການຮ່ວມມື ແລະການພົວພັນຄູ່ຮ່ວມ, ເອົາໃຈໃສ່ນຳບັນຫາທີ່ຫຍຸ້ງຍາກໃນການພັດທະນາຂອງຫຼາຍປະເທດ, ໂດຍສະເພາະແມ່ນບັນຫາດ້ານຄວາມທຸກຍາກທີ່ສຸດ ຄວາມປອດໄພດ້ານອາຫານ ການໄດ້ຮັບວັກຊີນ ແລະການປ່ຽນແປງຂອງດິນຟ້າອາກາດເປັນຕົ້ນ. ທ່ານໄດ້ຕີລາຄາສູງຕໍ່ຜູ້ນຳຈີນທີ່ໄດ້ໃຫ້ຄຳໝັ້ນສັນຍາຕໍ່ຈີນແລະໂລກ, ແລະໄດ້ຍ້ອງຍໍຈີນທີ່ໄດ້ຍຶດໝັ້ນປະຕິບັດຕາມລັດທິຫຼາຍຝ່າຍໃນໄລຍະທີ່ເສດຖະກິດໂລກພັດທະນາຢ່າງລຳບາກໃນປັດຈຸບັນ.


     ທ່ານສະເຄີຣິດຍັງກ່າວຕື່ມວ່າ: ຈີນເອົາໃຈໃສ່ນຳການພົວພັນກັບປະເທດພວມພັດທະນາຕ່າງໆເຊິ່ງລວມທັງປະເທດເກາະດອນນ້ອຍ, ໃນອະນາຄົດ, ສອງປະເທດຈະເພີ່ມທະວີການປະສານງານກັນພາຍໃນຂອບຫຼາຍຝ່າຍ, ແລະຊຸກຍູ້ການພົວພັນລະຫວ່າງສອງຝ່າຍໃຫ້ຂະຫຍາຍໄປໜ້າຢ່າງບໍ່ຢຸດຢັ້ງ.