ລັດຖະມົນຕີກະຊວງປ້ອງກັນປະເທດຣັດເຊຍ: ຣັດເຊຍໄດ້ສຳເລັດການເກນທະຫານ 2 ແສນກວ່າຄົນແລ້ວ

2022-10-05 10:34:46 CRI


    ວັນທີ 4 ຕຸລານີ້, ທ່ານເຊີເກ ໂຊອີກູ ລັດຖະມົນຕີກະຊວງປ້ອງກັນປະເທດຣັດເຊຍກ່າວວ່າ, ໄດ້ມີ 2 ແສນກວ່າຄົນເຂົ້າຮ່ວມກອງທັບຣັດເຊຍໂດຍຜ່າການເກນທະຫານໃນບາງພາກສ່ວນ, ທະຫານເຫຼົ່ານີ້ເມື່ອໄດ້ສຳເລັດການເຝິກແອບແລ້ວ ຈະໄປເຂົ້າຮ່ວມການເຄື່ອນໄຫວທາງການທະຫານພິເສດ.