ອົດສາໃສ່ຮ້າຍປ້າຍສີປະເທດຈີນ, ແໜງວ່າໄປປະຕິດບັດມາດຕະການຕົວຈິງເພື່ອອແກ້ໄຂບັນຫາລັດທິຊາດນິຍົມແລະ ຈຳແນກເຊື້ອຊາດຜິວພັນຂອງອາເມຣິກາເອງບໍ່ດີກວ່າຫວາ

2022-10-11 10:22:39 cri



ວັນທີ 6 ຕຸລາ 2022, ກອງປະຊຸມສະໄໝທີ 51 ຂອງສະພາມົນຕີສິດທິມະນຸດ ສປຊ ລົງຄະແນນສຽງກ່ຽວກັບຮ່າງມະຕິສະບັບໜຶ່ງກ່ຽວກັບບັນຫາເຂດຊິນຈ່ຽງຂອງຈີນທີ່ອາເມຣິການຳໜ້າສະເໜີ. ຜົນການລົງຄະແນນສຽງສະແດງໃຫ້ເຫັນວ່າ, ຮ່າງມະຕິດັ່ງກ່າວໄດ້ຖືກຄັດຄ້ານຢ່າງຮຸນແຮງຈາກປະເທດສະມາຊິກສະພາມົນຕີສິດທິມະນຸດສ່ວນຫຼາຍ, ສະນັ້ນຈຶ່ງບໍ່ສາມາດຜ່ານການຮັບຮອງໄດ້.

ຈຸດປະສົງທີ່ອາເມຣິກາສະເໜີຮ່າງມະຕິດັ່ງກ່າວແມ່ນເພື່ອຈັດການອະພິປາຍກ່ຽວກັບອັນທີ່ເອີ້ນວ່າ “ສະພາບການສິດທິມະນຸດຢູ່ເຂດຊິນຈ່ຽງຂອງຈີນ” ໃນກອງປະຊຸມສະໄໝທີ 52 ຂອງສະພາມົນຕີສິດທິມະນຸດທີ່ຈະຈັດຂຶ້ນໃນເດືອນມີນາປີໜ້າ, ສຸດປະສົງທີ່ແທ້ຈິງຂອງຮ່າງມະຕິສະບັບນີ້ບໍ່ແມ່ນຢາກປຶກສາຫາລື “ຫົວຂໍ້ສິດທິມະນຸດ”,ແຕ່ແມ່ນເຈຕະນາເຜີຍແຜ່ “ບັນຫາໜຶ່ງ” ໃຫ້ທົ່ວເຖິງ, ເຖິງວ່າ “ບັນຫາ” ນີ້ທີ່ຈິງແລ້ວບໍ່ມີເລີຍເພື່ອຖື “ບັນຫາ” ນີ້ເປັນຂໍ້ອ້າງໃນການກີດກັ້ນການພັດທະນາຂອງປະເທດຈີນ.

ທີ່ຈິງແລ້ວ, ບັນຫາກ່ຽວກັບເຂດຊິນຈ່ຽງຂອງຈີນບໍ່ແມ່ນບັນຫາສິດທິມະນຸດ,ແຕ່ແມ່ນບັນຫາຕ້ານລັດທິກໍ່ການຮ້າຍ, ແມ່ນບັນຫາກຳຈັດແນວຄິດຫົວຮຸນແຮງ ແລະ ບັນຫາຕໍ່ຕ້ານລັດທິແບ່ງແຍກປະເທດຊາດ. ເມື່ອໄດ້ພະຍາຍາມຢ່າງລຳບາກກາກກຳ, ເຂດປົກຄອງຕົນເອງຊິນຈ່ຽງຂອງຈີນບໍ່ໄດ້ເກີດເຫດກໍ່ການຮ້າຍດ້ວຍເປັນເວລາ 5 ປີລຽນຕິດແລ້ວ, ສິດທິມະນຸດຂອງປະຊາຊົນຊົນເຜົ່າຕ່າງໆຂອງເຂດຊິນຈ່ຽງໄດ້ຮັບການປົກປ້ອງຢ່າງເຖິງທີ່ສຸດ. ກ່ອນສະພາມົນຕີສິດທິມະນຸດ ສປຊ ດຳເນີນການລົງຄະແນນສຽງ, ຜູ້ຕາງໜ້າຊົນເຜົ່າສ່ວນໜ້ອຍຂອງເຂດຊິນຈ່ຽງໄດ້ລາຍງານສະພາບຕົວຈິງຂອງເຂດຊິນຈ່ຽງຂອງຈີນຢ່າງລະອຽດໃນກອງປະຊຸມສະໄໝທີ 51 ຂອງສະພາມົນຕີສິດທິມະນຸດ, ໄດ້ກ່າວຕອບໂຕ້ຂ່າວລືຕ່າງໆອັນທີ່ເອີ້ນວ່າ: “ບັງຄັບຄົນອອກແຮງງານ”, “ເສລີພາບດ້ານການເຊື່ອຖືສາສະໜາດຖືກຈຳກັດ” ແລະອື່ນໆ. ໃນໂອກາດປະກອບຄຳເຫັນໃນກອງປະຊຸມດັ່ງກ່າວ, ນາງອາມີນາ ອູບູລີ ທີ່ມາຈາກເຂດເຫີຖຽນຂອງເຂດປົກຄອງຕົນເອງຊິນຈ່ຽງໄດ້ຊັກຖາມຜູ້ຕາງໜ້າປະເທດຕາເວັນຕົກທັງຫຼາຍວ່າ: “ພວກເຮົາໄດ້ບັນລຸອຸດົມຄະຕິຂອງຕົນ ແລະ ສ້າງຊີວິດທີ່ມີຄວາມສຸກດ້ວຍການອອກແຮງງານ, ພວກເຮົາມີຄວາມຜິດຫຍັງບໍ?”

ແຕ່ໃດມາ, ປະເທດຕາເວັນຕົກໄດ້ຫັນບັນຫາສິດທິມະນຸດເປັນບັນຫາການເມືອງ ແລະ ໃຊ້ເປັນເຄື່ອງມືທາງການເມືອງ, ເຂົາເຈົ້າໄດ້ເສກສັນປັ້ນແຕ່ງໂທດກຳຢ່າງໜຶ່ງຕາມລຳພັງເພື່ອໃສ່ຮ້າຍປ້າຍສີປະເທດພວມພັດທະນາໃດໜຶ່ງ, ປະເທດທີ່ຖືກໃສ່ຮາຍປ້າຍສີນັ້ນກໍຍາກທີ່ຈະສາມາດຢັ້ນຢືນຄວາມບໍລິສົດຂອງຕົນໄດ້. ແຕ່ປະເທດຕາເວັນຕົກໄດ້ເບິ່ງຂ້າມແລ້ວວ່າ, ປະເທດສະມາຊິກສະພາມົນຕີສິດທິມະນຸດສ່ວນຫຼາຍບໍ່ແມ່ນໝາກເດີນທີ່ປະເທດຕາເວັນຕົກຈະສາມາດຄວບຄຸມໄດ້ຕາມລຳພັງໃຈ.ໃນໄລຍະເຂົ້າຮ່ວມກອງປະຊຸມສະພາມົນຕີສິດທິມະນຸດດັ່ງກ່າວ, ທ່ານເສິນຊວີ້ ຜູ້ຕາງໜ້າຖາວອນຂອງຈີນປະຈຳສຳນັກງານອົງການສະຫະປະຊາຊາດທີ່ນະຄອນເຊີແນວ ແລະ ອົງການຈັດຕັ້ງສາກົນອື່ນໆທີ່ສະວິດ ກ່າວວ່າ: “ມື້ນີ້, ປະເທດຈີນໄດ້ກາຍເປັນເປົ້າໝາຍການໂຈມຕີຂອງອາເມຣິກາກໍຄືປະເທດຕາເວັນຕົກອື່ນໆ,ມື້ໜ້າ, ປະເທດພວມພັດທະນາໃດໆກໍລ້ວນແຕ່ສາມາດກາຍເປັນເປົ້າໝາຍການໂຈມຕີຂອງເຂົາເຈົ້າໄດ້.” ປະໂຫຍກນີ້ກໍແມ່ນສຽງສະທ້ອນຈາກດວງໃຈຂອງຜູ້ຕາງໜ້າຂອງຫຼາຍປະເທດພວມພັດທະນາຢູ່ສະຖານທີ່ປະຊຸມເຊັ່ນດຽວກັນ.

ວັນທີ 7 ຕຸລານີ້, ກອງປະຊຸມສະໄໝທີ 51 ຂອງສະພາມົນຕີສິດທິມະນຸດ ສປຊ ໄດ້ລົງຄະແນນສຽງຜ່ານການຮັບຮອງມະຕິ “ຈາກຄວາມເວົ້າຫາຕົວຈິງ: ສຽງຮ້ອງຈາກທົ່ວໂລກກ່ຽວກັບການປະຕິບັດມາດຕະການທີ່ເປັນຮູບປະທຳເພື່ອຄັດຄ້ານລັດທິຊາກນິຍົມ, ການຈຳແນກເຊື້ອຊາດຜິວພັນ, ແນວຄິດຄຽດຊັງຄົນຊົນຊາດອື່ນ, ແລະປາກົດການບໍ່ໃຫ້ປະນີປະນາມທີ່ກ່ຽວຂ້ອງ” ທີ່ຮ່ວມກັນສະເໜີໂດຍປະເທດອາຟຣິກາ. ນີ້ແມ່ນສະພາມົນຕີສິດທິມະນຸດຜ່ານການຮັບຮອງມະຕິຄັດຄ້ານລັດທິຊາດນິຍົມ 2 ປີລຽນຕິດພາຍຫຼັງເຫດການທ້າວ ຈອດ ຟລອຍ ຄົນອາເມຣິກາເຊື້ອສາຍອາຟຣິກາໄດ້ເສຍຊີວິດເນື່ອງຈາກຖືກຕຳຫຼວດຄົນຜິວຂາວຂອງອາເມຣິກາເອົາເຂົ່າເຕັກຄໍ.

ຮ່າງມະຕິສະບັບໜຶ່ງທີ່ອາເມຣິກາແລະປະເທດຕາເວັນຕົກອື່ນໆສະເໜີນັ້ນບໍ່ໄດ້ຜ່ານການຮັບຮອງ, ສ່ວນມະຕິອີກສະບັບໜຶ່ງທີ່ປະເທດອາຟຣິກາຮ່ວມກັນສະເໜີນັ້ນໄດ້ຜ່ານການຮັບຮອງຢ່າງເປັນເອກະສັນ. ເລື່ອງນີ້ໄດ້ຢັ້ງຢືນໃຫ້ເຫັນວ່າ ປະຊາຄົມໂລກມີດວງຕາທີ່ສົດໃສ, ທັງໄດ້ຢັ້ງຢືນໃຫ້ເຫັນອີກຄັ້ງໜຶ່ງວ່າ, ການກະທຳທີ່ປະຕິບັດສອງມາດຕະຖານແລະຫັນບັນຫາສິດທິມະນຸດເປັນບັນຫາການເມືອງນັ້ນບໍ່ໄດ້ຮັບຄວາມເຫັນດີເຫັນພ້ອມຈາກປະຊາຄົມໂລກຢ່າງແນ່ນອນ.

ອາເມຣິກາອົດສາໃສ່ຮ້າຍປ້າຍສີປະເທດຈີນ ແລະ ກີດກັ້ນການພັດທະນາຂອງປະເທດຈີນໂດຍຖືບັນຫາສິດທິມະນຸດເປັນຂໍ້ອ້າງ,ແໜງວ່າໄປປະຕິບັດມາດຕະການຕົວຈິງເພື່ອແກ້ໄຂບັນຫາລັດທິຊາດນິຍົມແລະຈຳແນກເຊື້ອຊາດຜິວພັນຂອງອາເມຣິກາເອງບໍ່ດີກວ່າຫວາ.