ການແຂ່ງຂັນຄວາມສາມາດດ້ານເຕັກນິກໂລກປີ 2022 ຄັ້ງພິເສດທີ່ຍີ່ປຸ່ນ ເລີ່ມຂຶ້ນແລ້ວ

2022-10-17 14:45:20 cri

ແຕ່ວັນທີ 15 ຫາວັນທີ 18 ຕຸລານີ້, ການແຂ່ງຂັນຄວາມສາມາດດ້ານເຕັກນິກໂລກປີ 2022 ຄັ້ງພິເສດທີ່ຍີ່ປຸ່ນ ໄດ້ເລີ່ມຈັດຂຶ້ນຢູ່ນະຄອນກຽວໂຕຍີ່ປຸ່ນ. ການແຂ່ງຂັນເທື່ອນີ້ແບ່ງເປັນ 3 ລາຍການ, ຄື: ການຕັ້ງສາຍເຄືອຂ່າຍຂໍ້ມູນຂ່າວສານ, ເຕັກນິກໄຟຟ້າແສງ ແລະພະລັງງານແບບໝູນວຽນ.


ທ່ານ ຈ່າງຮົງຮາວ ອາຈານຈາກສະຖາບັນການຊ່າງຂໍ້ມູນເອເລັກໂຕຣນິກນະຄອນທຽນສິນ, ທ້າວ ຫຼີສຽວຊົ່ງ ນັກສຶກສາສະຖາບັນອາຊີວະສຶກສາໂຄງການເອເລັກໂຕຣນິກຈູງກິ່ງ, ທ້າວ ເຊີນຈື້ຢົງ ນັກສຶກສາສະຖາບັນການຊ່າງແຂວງກວາງຕຸ້ງຈີນ ຕ່າງຈະເຂົ້າຮ່ວມການແຂ່ງຂັນ 3 ລາຍການດັ່ງກ່າວ.


ການແຂ່ງຂັນຄວາມສາມາດດ້ານເຕັກນິກໂລກໄດ້ຮັບການຂະໜານນາມວ່າ ເປັນ “ການແຂ່ງຂັນໂອລິມປິກເຕັກນິກຄວາມສາມາດດ້ານເຕັກນິກໂລກ”, ລະດັບການແຂ່ງຂັນສາມາດເປັນຕົວແທນໃຫ້ແກ່ລະດັບກ້າວໜ້າດ້ານການພັດທະນາຄວາມສາມາດດ້ານເຕັກນິກອາຊີບຂອງໂລກໃນປັດຈຸບັນໄດ້. ການແຂ່ງຂັນຄວາມສາມາດດ້ານເຕັກນິກໂລກປີ 2022 ຄັ້ງພິເສດຈະຈັດຂຶ້ນຢູ່ຫຼາຍປະເທດນັບແຕ່ກາງເດືອນກັນຍາຫາທ້າຍເດືອນພະຈິກນີ້, ລາຍການແຂ່ງຂັນມີທັງໝົດ 62 ລາຍການ.