ປະທານາທິບໍດີກີຣີບາຕີເຊື່ອວ່າ ຈີນຈະສ້າງໂສມໜ້າໃໝ່ທີ່ຍິ່ງໃຫຍ່ຢ່າງຕໍ່ເນື່ອງ

2022-10-17 16:48:18 CRI

 

ຕາມຂ່າວCRI: ຫວ່າງມໍ່ໆມານີ້, ທ່ານຕາເນຕີ ມາມາວ, ປະທານາທິບໍດີກີຣີບາຕີກ່າວໃນເວລາໃຫ້ສຳພາດທາງລາຍລັກອັກສອນຕໍ່ນັກຂ່າວຂອງຂ່າວສານຊິ່ນຮວາວ່າ: ຜົນສຳເລັດທີ່ໄດ້ຮັບໃນການພັດທະນາໃນຮອບ 10 ປີຜ່ານມາຂອງຈີນເປັນຕາອັດສະຈັນຫຼາຍ. ທ່ານເຊື່ອວ່າ ປະເທດຈີນ ແລະປະຊາຊົນຈີນຈະສືບຕໍ່ສ້າງໂສມໜ້າໃໝ່ທີ່ຍິ່ງໃຫຍ່ແລະໜ້າຕື່ນເຕັ້ນຕາມເສັ້ນທາງການພັດທະນາໃນອະນາຄົດ.

 

ກີຣີບາຕີແມ່ນປະເທດເກາະທີ່ປາຊີຟິກໃຕ້. ທ່ານຕາເນຕີ ມາມາວ, ອາຍຸ 62 ປີໄດ້ຮັບການເລືອກຕັ້ງເປັນປະທານາທິບໍດີກີຣີບາຕີໃນປີ 2016, ໄດ້ດຳລົງຕຳແໜ່ງປະທານາທິບໍດີລຽນຕິດໃນປີ 2020. ພາຍຫຼັງກີຣີບາຕີກັບຈີນໄດ້ຟື້ນຟູສາຍພົວພັນທາງການທູດໃນປີ 2019 ແລ້ວ, ທ່ານຕາເນຕີ ມາມາວໄດ້ເດີນທາງມາຢ້ຽມຢາມຈີນທາງລັດຖະກິດໃນປີ 2020.

 

ທ່ານຕາເນຕີ ມາມາວກ່າວໃນເວລາຫວນຄືນອະດີດວ່າ: ໃນການເດີນທາງຢ້ຽມຢາມຈີນທ່ານໄດ້ເຫັນກັບຕາວ່າປະເທດຈີນມີຄວາມຈະເລີນຮຸ່ງເຮືອງ, ປະຊາຊົນມີຄວາມຢູ່ເຢັນເປັນສຸກ, ນີ້ກໍແມ່ນຜົນສຳເລັດໃນການພັດທະນາທີ່ຍິ່ງໃຫຍ່ຂອງຈີນ, ເຊິ່ງໄດ້ສະແດງໃຫ້ເຫັນເຖິງທັດສະນະການພັດທະນາທີ່ຖືປະຊາຊົນເປັນໃຈກາງ.