ເວທີປຶກສາຫາລືສະບຽງອາຫານໂລກຄັ້ງທີ 2 ໄຂຂຶ້ນຢູ່ນະຄອນໂຣມ

2022-10-18 11:10:33 CRI


     ວັນທີ 17 ຕຸລານີ້, ເວທີປຶກສາຫາລືສະບຽງອາຫານໂລກຄັ້ງທີ 2 ໄດ້ໄຂຂຶ້ນຢູ່ນະຄອນຫຼວງໂຣມຂອງອີຕາລີ ເຊິ່ງມີຈຸດປະສົງເພື່ອຊຸກຍູ້ໃຫ້ຊາວໜຸ່ມເຂົ້າຮ່ວມ, ສະແຫວງຫາການລົງທຶນໃຫ້ແກ່ປະເທດທີ່ມີກຳລັງອ່ອນແອ ແລະເພີ່ມທະວີການນຳໃຊ້ເຕັກນິກວິທະຍາສາດໃນການຊຸກຍູ້ການຫັນປ່ຽນຮູບແບບລະບົບກະສິກຳແລະສະບຽງອາຫານ, ເພື່ອຮັບມືກັບວິກິດການດ້ານສະບຽງອາຫານຂອງທົ່ວໂລກທີ່ນັບມື້ນັບໜັກໜ່ວງຂຶ້ນ.


     ເວທີປຶກສາຫາລືຄັ້ງນີ້ຈະດຳເນີນໄປເປັນເວລາ 5 ມື້ ເຊິ່ງມີອົງການຟາວສະຫະປະຊາຊາດ(FAO)ເປັນເຈົ້າພາບ ແລະຈັດຂຶ້ນຜ່ານທາງອອນລາຍແລະອັອບລາຍ. ເວທີປຶກສາຫາລືຄັ້ງນີ້ຍັງຖືຊາວໜຸ່ມເປັນກຳລັງຫຼັກແຫຼ່ງຄືຄັ້ງທີ່ຜ່ານມາ, ກິດຈະກຳຕົ້ນຕໍລວມມີ: ເວທີປຶກສາຫາລືຊາວໜຸ່ມໂລກ, ເວທີປຶກສາຫາລືວິທະຍາສາດ ແລະການປະດິດສ້າງຂອງອົງການຟາວສະຫະປະຊາຊາດ ພ້ອມດ້ວຍເວທີປຶກສາຫາລືການລົງທຶນເພື່ອຊ່ວຍເຫຼືອກັນຂອງອົງການຟາວ.