ຈີນຮຽກຮ້ອງໃຫ້ສືບຕໍ່ຊຸກຍູ້ຂະບວນການການເມືອງປະເທດມາລີ

2022-10-19 15:03:47 cri

ວັນທີ 18 ຕຸລານີ້, ທ່ານຕ້າຍປິ່ງ ອຸປະທູດຊົ່ວຄາວຂອງຄະນະຜູ້ແທນຈີນປະຈຳອົງການສະຫະປະຊາຊາດກ່າວຄຳປາໄສໃນກອງປະຊຸມເປີດເຜີຍ ກ່ຽວກັບບັນຫາປະເທດມາລີ ຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ, ຮຽກຮ້ອງໃຫ້ສືບຕໍ່ຊຸກຍູ້ຂະບວນການການເມືອງປະເທດມາລີ.


ທ່ານຕ້າຍປິ່ງກ່າວວ່າ: ວຽກງານໃນດ້ານຕ່າງໆຂອງມາລີ ເຊັ່ນ: ການຂ້າມຜ່ານທາງການເມືອງ, ການໂຈມຕີລັດທິກໍ່ການຮ້າຍແລະອື່ນໆ ໄດ້ຮັບຄວາມຄືບໜ້າຢ່າງຕັ້ງໜ້າ, ຕ້ອງປັບປຸງທ່ວງທ່າຕັ້ງໜ້າໃນປັດຈຸບັນໃຫ້ດີ, ເພີ່ມພະລັງແຮງໃໝ່ເຂົ້າໃນການບັນລຸສັນຕິພາບ ແລະການພັດທະນາໃນໄລຍະຍາວຂອງມາລີ. ຈີນເອົາໃຈໃສ່ຕໍ່ຄວາມສົນໃຈອັນຊອບທຳຂອງມາລີໃນບັນຫາອະທິປະໄຕ, ຄວາມໝັ້ນຄົງ ແລະການພັດທະນາຂອງປະເທດຕົນ, ສະໜັບສະໜູນປະຊາຊົນມາລີເລືອກເສັ້ນທາງພັດທະນາທີ່ສອດຄ່ອງກັບສະພາບຕົວຈິງຂອງປະເທດຕົນຢ່າງເປັນເຈົ້າຕົນເອງ, ຍິນດີປະກອບສ່ວນຫຼາຍກວ່າເກົ່າເຂົ້າໃນການຮັກສາເອກະພາບຂອງປະເທດຊາດ, ຊຸກຍູ້ສັນຕິພາບ ແລະການພັດທະນາຂອງມາລີ.