ອີຣານກຽມຈະດຳເນີນການເຈລະຈາກັບອູແກຣນເພື່ອແກ້ໄຂຄວາມຂັດແຍ້ງ

2022-10-19 15:41:41 cri

      ວັນທີ 18 ຕຸລານີ້ຕາມເວລາທ້ອງຖິ່ນ, ກະຊວງການຕ່າງປະເທດອີຣານໄດ້ອອກຖະແຫຼງການວ່າ: ອີຣານກຽມຈະດຳເນີນການເຈລະຈາກັບອູແກຣນເພື່ອແກ້ໄຂຄວາມຂັດແຍ້ງກັນ.

      ກ່ອນໜ້ານີ້, ທ່ານ ດີມີໂຕຣ ຄູເລບາ ລັດຖະມົນຕີກະຊວງການຕ່າງປະເທດອູແກຣນໄດ້ກ່າວປະນາມຕໍ່ອີຣານທີ່ໄດ້ສະໜອງເຮືອບິນບໍ່ມີຄົນຂັບໃຫ້ແກ່ຣັດເຊຍໃນກອງປະຊຸມຖະແຫຼງຂ່າວຮອບໜຶ່ງ,ພ້ອມທັງສະເໜີໃຫ້ອູແກຣນຕັດສາຍພົວພັນທາງການທູດກັບອີຣານ.