ທ່ານສີຈິ້ນຜິງເປັນປະທານຈັດການຮ່ຳຮຽນແບບລວມໝູ່ຄັ້ງທຳອິດຂອງກົມການເມືອງສູນກາງພັກຄອມມູນິດຈີນສະໄໝທີ 20

2022-10-28 12:07:29 cri

ຕອນບ່າຍວັນທີ 25 ຕຸລານີ້, ກົມການເມືອງສູນກາງພັກຄອມມູນິດຈີນສະໄໝທີ 20 ໄດ້ຈັດການຮ່ຳຮຽນແບບລວມໝູ່ຄັ້ງທຳອິດ ພາຍໃຕ້ການເປັນປະທານຂອງທ່ານສີຈິ້ນຜິງ ເພື່ອເຊື່ອມຊືມເນື້ອໃນຈິດໃຈກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກ.

ທ່ານສີຈິ້ນຜິງກ່າວເນັ້ນໜັກວ່າ: ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກໄດ້ຮັບຜົນງານທີ່ສຳຄັນຕ່າງໆໃນດ້ານການເມືອງ, ທິດສະດີແລະພຶດຕິກຳຕົວຈິງ, ໄດ້ກຳນົດທິດທາງການເມືອງແລະແຜນຍຸດທະສາດກ່ຽວກັບການພັດທະນາພາລະກິດຂອງພັກແລະປະເທດຊາດໃນຍຸກໃໝ່ແລະຂະບວນການໃໝ່ ເຊິ່ງເປັນຖະແຫຼງການດ້ານການເມືອງແລະໂຄງການດຳເນີນງານຂອງພັກຄອມມູນິດຈີນໃນການສາມັກຄີແລະນຳພາປະຊາຊົນສ້າງສາປະເທດສັງຄົມນິຍົມທັນສະໄໝຢ່າງຮອບດ້ານ ແລະຊຸກຍູ້ການຟື້ນຟູຄວາມຈະເລີນຮຸ່ງເຮືອງທີ່ຍິ່ງໃຫຍ່ຂອງປະຊາຊາດຈີນຢ່າງຮອບດ້ານ. ທົ່ວພັກຕ້ອງສຸມຄວາມພະຍາຍາມໃນການເຊື່ອມຊຶມ, ກຳແໜ້ນ ແລະຈັດຕັ້ງປະຕິບັດເນື້ອໃນຈິດໃຈກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກ, ຜັນຂະຫຍາຍໜ້າທີ່ແລະເປົ້າໝາຍທີ່ກອງປະຊຸມໃຫຍ່ວາງອອກຢ່າງເດັດດ່ຽວໜຽວແໜ້ນ, ບຸກບືນສູ້ຊົນເພື່ອໄດ້ຮັບໄຊຊະນະໃໝ່ໃນການສ້າງສາປະເທດສັງຄົມນິຍົມທັນສະໄໝຢ່າງຮອບດ້ານ.