ຄວາມທັນສະໄໝແບບຈີນຈະອຳນວຍການຄ້ຳປະກັນອັນເຂັ້ມແຂງໃຫ້ແກ່ການປົກປັກຮັກສາສັນຕິພາບ ແລະສະຖຽນລະພາບຂອງໂລກ

2022-10-29 14:48:11 cri

 

    ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ກ່າວໃນກອງປະຊຸມຖະແຫລງຂ່າວປະຈຳທີ່ຈັດຂຶ້ນໃນວັນທີ 28 ຕຸລານີ້ວ່າ: ຄວາມທັນສະໄໝແບບຈີນຈະອຳນວຍການຄ້ຳປະກັນອັນເຂັ້ມແຂງໃຫ້ແກ່ການປົກປັກຮັກສາສັນຕິພາບ ແລະສະຖຽນລະພາບຂອງໂລກ, ເປີດຊ່ອງທາງອັນກວ້າງຂວາງເພື່ອສົ່ງເສີມຄວາມກ້າວໜ້າຂອງອະລິຍະທຳມະນຸດ ແລະປະກອບສ່ວນອັນສຳຄັນເຂົ້າໃນການຊຸກຍູ້ການພັດທະນາຖາວອນຂອງມວນມະນຸດ.

    ມີນັກຂ່າວຖາມວ່າ, ຫວ່າງມໍ່ໆມານີ້, ຄັງປັນຍາ CGTN ໄດ້ຈັດການສຳຫຼວດປະຊາມະຕິທົ່ວໂລກ, ໂດຍແນໃສ່ຊາວໜຸ່ມຜູ້ມີອາຍຸຕໍ່າກວ່າ 30 ປີ ຈຳນວນ 4700 ຄົນໃນໂລກ, ຜົນການສຳຫຼວດສະແດງໃຫ້ເຫັນວ່າ: ຜູ້ໃຫ້ສໍາພາດ 84,7% ເຫັນດີວ່າ  ເສັ້ນທາງການພັດທະນາຕ້ອງອີງໃສ່ສະພາບການແຫ່ງຊາດຂອງຕົນ, ພ້ອມທັງເຫັນວ່າຄວາມທັນສະໄໝບໍ່ແມ່ນມີແຕ່ຮູບແບບພຽງໜຶ່ງດຽວ ແລະມາດຕະຖານພຽງໜຶ່ງດຽວທີ່ສາມາດນໍາໃຊ້ໃນທົ່ວໂລກໄດ້. ຊາວໜຸ່ມຜູ້ໃຫ້ສໍາພາດໃນທົ່ວໂລກໄດ້ສະແດງຄວາມຍ້ອງຍໍຊົມເຊີຍໂດຍທົ່ວໄປຕໍ່ຄວາມທັນສະໄໝແບບຈີນ.  

    ທ່ານວ່າງເວີນປິ່ນໄດ້ຕອບວ່າ: ບົດລາຍງານຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນໄດ້ລະບຸວ່າ: ຊຸກຍູ້ການຟື້ນຟູຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງປະຊາຊາດຢ່າງຮອບດ້ານດ້ວຍຄວາມທັນໄໝແບບຈີນ. ຄວາມທັນສະໄໝແບບຈີນໄດ້ເຮັດໃຫ້ທິດສະດີຄວາມທັນສະໄໝສົມບູນກວ່າເກົ່າ, ເສີມຂະຫຍາຍພຶດຕິກຳດ້ານຄວາມທັນສະໄໝຢ່າງຫຼວງຫຼາຍ, ແມ່ນຜົນສຳເລັດອັນໃຫຍ່ຫຼວງຂອງຊາວຄອມມູນິດຈີນໃນການປະດິດສ້າງດ້ານທິດສະດີ ແລະພຶດຕິກຳ, ທັງເປັນການປະກອບສ່ວນອັນສຳຄັນອີກອັນໜຶ່ງຂອງປະຊາຊາດຈີນໃນການເສີມຂະຫຍາຍອະລິຍະທຳມະນຸດໃຫ້ສົມບູນກວ່າເກົ່າ