ການຄົມມະນາຄົມຂົນສົ່ງເພື່ອຮັບປະກັນງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ 5 ໄດ້ກະກຽມຮຽບຮ້ອຍແລ້ວ

2022-10-31 14:32:21 CRI

ໃນໂອກາດທີ່ງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ 5 ຈະຈັດຂຶ້ນໃນໄວໆນີ້, ແຫຼ່ງຂ່າວຈາກອົງການຄົມມະນາຄົມຂົນສົ່ງນະຄອນຊຽງໄຮ້ໄດ້ໃຫ້ຮູ້ວ່າ: ໄດ້ກຳນົດແຜນຈັດຕັ້ງເພື່ອຮັບປະກັນດ້ານຄົມມະນາຄົມຂົນສົ່ງຢ່າງຮຽບຮ້ອຍແລ້ວເມື່ອບໍ່ດົນມານີ້, ວຽກງານຕ່າງໆກໍໄດ້ກະກຽມຮຽບຮ້ອຍແລ້ວ.

ໃນໄລຍະຈັດງານວາງສະແດງສິນຄ້ານຳເຂົ້າສາກົນຈີນປີນີ້, ກຸ່ມບໍລິສັດຄົມມະນາຄົມຂົນສົ່ງສາທາລະນະຈິວຊື້ຊຽງໄຮ້ຈຳກັດ ຈະເປີດບໍລິການເສັ້ນທາງຂົນສົ່ງເພີ່ມອີກຫຼາຍສາຍ ແລະ ນຳໃຊ້ລົດກະກຽມເພີ່ມອີກ 50 ຄັນ ເພື່ອປະຕິບັດໜ້າທີ່ຮັບປະກັນການຄົມມະນາຄົມສາທາລະນະພາກພື້ນດິນຢ່າງຮອບດ້ານ. ບໍລິສັດລົດໄຟໄຕ້ດິນຊຽງໄຮ້ ໄດ້ເປີດບໍລິການສະແກນ “ຄິວອາໂຄດເຂົ້າອອກສະຖານທີ່ວາງສະແດງ” ຢູ່ນອກສະຖານີສີຈິງຕາເວັນອອກ ທີ່ໃກ້ກັບສະຖານທີ່ຈັດງານ ເພື່ອສ້າງຄວາມສະດວກໃຫ້ແກ່ຜູ້ເຂົ້າຮ່ວມງານທີ່ໄດ້ກວດກາຂໍ້ມູນມາກ່ອນແລ້ວ. ນອກນີ້, ເພື່ອຮັບປະກັນການອອກເດີນທາງຕາມຄວາມຕ້ອງການຂອງບຸກຄົນສ່ວນຕົວ, ອົງການທີ່ກ່ຽວຂ້ອງໄດ້ປະສານງານບ່ອນຈອດລົດຊົ່ວຄາວ 20 ແຫ່ງຢູ່ບໍລິເວນອ້ອມແອ້ມສະຖານທີ່ຈັດງານ ແລະ ໄດ້ຈັດຕັ້ງກອງລົດຕັກຊີຮັບປະກັນສະເພາະງານວາງສະແດງຄັ້ງນີ້ ທີ່ເປັນລົດຕັກຊີນຳໃຊ້ພະລັງງານໃໝ່ຈຳນວນ 2.500 ຄັນ.