ສິ່ງກໍ່ສ້າງພື້ນຖານໂຄງລ່າງດ້ານພະລັງງານ 40% ຂອງອູແກຣນຖືກທຳລາຍ

2022-11-02 11:44:25 cri

ວັນທີ 1 ພະຈິກນີ້ຕາມເວລາທ້ອງຖິ່ນ, ໃນເວລາທ່ານໂວໂລດິເມຍ ເຊເລນສກີ ປະທານາທິບໍດີອູແກຣນພົບປະກັບທ່ານຊິມສັນ ເຈົ້າໜ້າທີ່ພະລັງງານເອີຣົບ, ທ່ານກ່າວວ່າ: ສິ່ງກໍ່ສ້າງພື້ນຖານໂຄງລ່າງດ້ານພະລັງງານ 40% ຂອງອູແກຣນຖືກທຳລາຍໄປແລ້ວ. ວັນທີ 18 ຕຸລາຜ່ານມານີ້, ທ່ານໂວໂລດີເມຍ ເຊເລນສກີ ເຄີຍກ່າວວ່າ: ນັບແຕ່ວັນທີ 10 ຕຸລາຜ່ານມາເປັນຕົ້ນມາ, ສິ່ງກໍ່ສ້າງພື້ນຖານໂຄງລ່າງດ້ານພະລັງງານ 30% ຂອງອູແກຣນຖືກທຳລາຍໄປແລ້ວ.