ລົມພາຍຸເຂດຮ້ອນ “ນັນເກ” ເຮັດໃຫ້ຟີລິບປິນມີຜູ້ເສຍຊີວິດ 150 ຄົນ

2022-11-04 10:34:34 CRI

ວັນທີ 3 ພະຈິກນີ້, ຄະນະກຳມະການບັນເທົາໄພແຫ່ງຊາດຟີລິບປິນແຈ້ງການວ່າ: ລົມພາຍຸເຂດຮ້ອນ “ນັນເກ” ໄດ້ພາໃຫ້ເກີດໄພນ້ຳຖ້ວມ, ດິນພູເຈື່ອນ ແລະ ໄພພິບັດອື່ນໆ ສົ່ງຜົນເຮັດໃຫ້ຟີລິບປິນມີຜູ້ເສຍຊີວິດ 150 ຄົນ, ໄດ້ຮັບບາດເຈັບ 128 ຄົນ ແລະ ຫາຍສາບສູນ 36 ຄົນ.

ແຈ້ງການລະບຸວ່າ: “ນັນເກ” ໄດ້ເຮັດໃຫ້ປະຊາຊົນຟີລິບປິນ 3,9 ລ້ານຄົນປະສົບໄພ, ໃນນັ້ນ, ແຂວງມາຈິນດານາວເທິງເກາະມິນດານາວປະສົບໄພໜັກໜ່ວງກວ່າໝູ່, ມີຜູ້ເສຍຊີວິດ 63 ຄົນ ແລະ ຫາຍສາບສູນ 17 ຄົນ. ປັດຈຸບັນ, ຍັງມີເສັ້ນທາງ 499 ສາຍ, ຂົວ 120 ແຫ່ງຢູ່ຟີລິບປິນບໍ່ສາມາດເດີນຜ່ານໄປມາໄດ້ ແລະ ມີ 150 ຕົວເມືອງຍັງບໍ່ມີໄຟຟ້າໃຊ້.