ຈີນເປັນຜູ້ປະຕິບັດຕົວຈິງໃນການສ້າງສາຄວາມສິວິໄລດ້ານນິເວດ ແລະເປັນຝ່າຍເຄື່ອນໄຫວຕົວຈິງໃນການປົວແປງດິນຟ້າອາກາດ

2022-11-11 10:29:31 cri



  ວັນທີ 10 ພະຈິກນີ້, ທ່ານຈ້າວລີ້ຈ່ຽນ ໂຄສົກກະຊວງການຕ່າງປະ ເທດຈີນໄດ້ຕອບຄຳຖາມທີ່ກ່ຽວຂ້ອງຂອງນັກຂ່າວໂດຍຢືນຢັນວ່າ: ທູດພິເສດ ດ້ານດິນຟ້າອາກາດຂອງຈີນແລະອາເມຣິກາໄດ້ຮັກສາການແລກປ່ຽນຄວາມເຫັນ ແບບບໍ່ເປັນທາງການມາໂດຍຕະຫຼອດ. ຈຸດຢືນຂອງຈີນໃນການເປິກສາຫາລືດ້ານການປ່ຽນແປງຂອງດິນຟ້າອາກາດລະຫວ່າງຈີນ-ອາເມຣິກາບໍ່ໄດ້ມີການປ່ຽນແປງ, ຈີນເປັນຜູ້ປະຕິບັດຕົວຈິງໃນການສ້າງສາຄວາມສິວິໄລດ້ານນິເວດ, ເປັນ ຝ່າຍເຄື່ອນໄຫວຕົວຈິງໃນການປົວແປງດິນຟ້າອາກາດ ແລະໄດ້ຕັ້ງໜ້າຮັບມືກັບການປ່ຽນແປງຂອງດິນຟ້າອາກາດຢ່າງເດັດດ່ຽວໜຽວແໜ້ນມາໂດຍຕະຫຼອດ.

ທ່ານຈ້າວລີ້ຈ່ຽນຊີ້ໃຫ້ເຫັນວ່າ: ໃນໄລຍະເກືອບ 10 ປີຜ່ານມານີ້, ການປະກອບສ່ວນຂອງຈີນໃນຂົງເຂດຕ່າງໆເຊັ່ນ: ການປະຢັດພະລັງງານ, ຍົກສູງປະສິດທິພາບແລະປະສິດທິຜົນການນຳໃຊ້ພະລັງງານ, ພັດທະນາພະລັງງານໝູນວຽນ, ຄົມມະນາຄົມ, ສິ່ງກໍ່ສ້າງ ແລະອື່ນໆ ໄດ້ກວມຍອດປະລິມານຂອງທົ່ວໂລກເຖິງ 30%ຫາ50%. ບົດລາຍງານການເມືອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກກອມມູນິດຈີນໄດ້ເນັ້ນໜັກວ່າ: ຈີນຈະຕັ້ງໜ້າຊຸກຍູ້ການບັນລຸເປົ້າໝາຍການລະ ບາຍກາກບອນເຖິງຈຸດສູງສຸດແລະການປອດການລະບາຍກາກອນຢ່າງໜັກ ແໜ້ນແລະຮອບຄອບ, ຕັ້ງໜ້າເຂົ້າຮ່ວມການບໍລິຫານໂລກໃນການຮັບມືກັບການ ປ່ຽນແປງຂອງດິນຟ້າອາກາດ ເຊິ່ງໄດ້ສ່ອງແສງໃຫ້ເຫັນເຖິງຄວາມຕັດສິນໃຈຢ່າງເດັດດ່ຽວຂອງຈີນໃນການຊຸກຍູ້ການພັດທະນາແບບສີຂຽວ, ສົ່ງເສີມຄົນກັບທຳມະຊາດຢູ່ຮ່ວມກັນຢ່າງກົມກຽວ. ພວກເຮົາຫວັງວ່າ: ປະເທດທີ່ພັດທະນາແລ້ວຈະປະຕິບັດຕາມຄຳໝັ້ນສັນຍາໃນການອອກທຶນ 100 ຕື້ໂດລາສະຫະລັດໂດຍໄວ, ພ້ອມທັງສະເໜີແຜນວາດເພີ່ມທຶນອີກທົບເທົ່າເພື່ອປັບຕົວເຂົ້າກັບການປ່ຽນແປງຂອງດິນຟ້າອາກາດ, ເພີ່ມຄວາມໄວ້ເນື້ອເຊື່ອໃຈກັນ ແລະການເຕົ້າໂຮມກຳລັງແຮງສັງລວມໃນການເຄື່ອນໄຫວຕົວຈິງລະຫວ່າງປະເທດທີ່ພັດທະນາແລ້ວກັບປະເທດພວມພັດທະນາ.