ອົງການສະຫະປະຊາຊາດຄາດວ່າຮອດວັນທີ 15 ພະຈິກນີ້ປະຊາກອນໃນທົ່ວໂລກຈະບັນລຸເຖິງ 8 ຕື້ຄົນ

2022-11-11 11:15:32 CRI

   ອີງຕາມການຄາດຄະເນຂອງບົດລາຍງານ “ວິໄສທັດກ່ຽວກັບປະຊາກອນໃນທົ່ວໂລກ 2022” ຂອງອົງການສະຫະປະຊາຊາດ, ຮອດວັນທີ 15 ພະຈິກນີ້, ປະຊາກອນໃນທົ່ວໂລກຈະບັນລຸເຖິງ 8 ຕື້ຄົນ. ບົດລາຍງານຍັງໄດ້ຄາດຄະເນວ່າຮອດປີ 2030, ປະຊາກອນໃນທົ່ວໂລກຈະເພີ່ມຂຶ້ນເຖິງປະມານ 8.500.000.000 ຄົນ, ຂະນະທີ່ຮອດປີ 2050 ຈະບັນລຸເຖິງ 9.700.000.000 ຄົນແລະຮອດຊຸມປີ 80 ຂອງສະຕະວັດທີ 21 ປະຊາກອນໃນທົ່ວໂລກຈະບັນລຸເຖິງຈຸດສູງສຸດຄືຈະມີປະມານ 10.400.000.000 ຄົນ ແລະຈະຄົງຕົວຢູ່ໃນລະດັບນີ້ຈົນຮອດປີ 2100.


   ຄາດຄະເນວ່າຮອດປີ 2050, ຈໍານວນປະຊາກອນໃນທົ່ວໂລກທີ່ເພີ່ມຂຶ້ນໃໝ່ນັ້ນ, ມີຫຼາຍກວ່າເຄິ່ງໜຶ່ງຈະຢູ່ໃນ 8 ປະເທດຄື ສາທາລະນະລັດປະຊາທິປະໄຕກົງໂກ, ເອຢິບ, ເອທິໂອປີ, ອິນເດຍ, ນີເຊຣີ, ປາກິສະຖານ, ຟິລິບປິນ ແລະຕັງຊານີ. ນອກນັ້ນ, ຄາດຄະເນວ່າອິນເດຍຈະກາຍເປັນປະເທດທີ່ມີປະຊາກອນຫຼາຍກວ່າໝູ່ເມື່ອຮອດປີ 2023 ຢ່າງໄວທີ່ສຸດ ແລະຈະມີປະຊາກອນບັນລຸເຖິງ 1.700.000.000 ຄົນເມື່ອຮອດປີ 2050.