ກອງປະຊຸມສຸດຍອດອາຊຽນຄັ້ງທີ 40 ແລະ ຄັ້ງທີ 41 ຈັດຂຶ້ນຢູ່ນະຄອນຫຼວງພະນົມເປັນຂອງກຳປູເຈຍ

2022-11-11 17:05:51 cri

ຕອນເຊົ້າວັນທີ 11 ພະຈິກນີ້, ກອງປະຊຸມສຸດຍອດອາຊຽນຄັ້ງທີ 40 ແລະ ຄັ້ງທີ 41 ໄດ້ຈັດຂຶ້ນຢູ່ນະຄອນຫຼວງພະນົມເປັນຂອງກຳປູເຈຍ ໂດຍມີຫົວຂໍ້ຫຼັກວ່າ: “ອາຊຽນ: ຮ່ວມກັນຮັບມືກັບສິ່ງທ້າທາຍ”. ໃນຂະນະທີ່ຈ້ອງມອງເບິ່ງການຟື້ນຟູຫຼັງຈາກການແພ່ລະບາດຂອງພະຍາດໂຄວິດ-19, ຈະເປິກສາຫາລືວ່າ ອາຊຽນຈະສືບຕໍ່ຍຶດໝັ້ນຈິດໃຈການປະສານງານລວມໝູ່ແນວໃດ ເພື່ອຊຸກຍູ້ສັນຕິພາບ, ຄວາມຈະເລີນຮຸ່ງເຮືອງແລະຄວາມໝັ້ນຄົງໃນພາກພື້ນ. ນີ້ແມ່ນກອງປະຊຸມແບບໜ້າເຊິ່ງໜ້າຄັ້ງທຳອິດຂອງຜູ້ນຳປະເທດສະມາຊິກອາຊຽນພາຍຫຼັງເກີດການແພ່ລະບາດຂອງພະຍາດໂຄວິດ-19.

ໂດຍອີງຕາມວາລະທີ່ເຈົ້າພາບຈັດກອງປະຊຸມເປີດເຜີຍນັ້ນ, ກອງປະຊຸມສຸດຍອດແລະກອງປະຊຸມຕ່າງໆຈະຈັດຂຶ້ນລະຫວ່າງວັນທີ 10 ຫາ 13 ພະຈິກນີ້. ນອກຈາກຜູ້ນຳປະເທດສະມາຊິກອາຊຽນແລ້ວ, ຜູ້ນຳແລະບຸກຄົນສຳຄັນທາງການເມືອງຂອງຈີນ, ອາເມຣິກາ, ອິນເດຍ, ອົສຕຣາລີ, ການາດາ ແລະສະຫະພາບເອີຣົບຈະເຂົ້າຮ່ວມກອງປະຊຸມຄັ້ງນີ້. ໃນໄລຍະດັ່ງກ່າວ, ຍັງຈະຈັດກອງປະຊຸມຜູ້ນຳຈີນ-ອາຊຽນ(10+1)ຄັ້ງທີ 25, ກອງປະຊຸມຜູ້ນຳອາຊຽນກັບຈີນ, ຍີ່ປຸ່ນ ແລະສ.ເກົາຫຼີ (10+3)ຄັ້ງທີ 25, ກອງປະຊຸມສຸດຍອດອາຊີຕາເວັນອອກຄັ້ງທີ 17 ແລະກອງປະຊຸມອື່ນໆ.