ຮອງລັດຖະມົນຕີການຕ່າງປະເທດຣັດເຊຍກ່າວວ່າ: ໃນວາລະຂອງກອງປະຊຸມສຸດຍອດກຸ່ມ G20 ບໍ່ມີການພົບປະລະຫວ່າງລັດຖະມົນຕີການຕ່າງປະເທດຣັດເຊຍ-ອາເມຣິກາ

2022-11-12 14:14:04 cri


ວັນທີ 11 ພະຈິກນີ້, ຂ່າວສານຕາສຣັດເຊຍແຈ້ງຂ່າວວ່າ, ມື້ດຽວກັນ, ທ່ານເຊີເກ ຣີຢາບກົຟ ຮອງລັດຖະມົນຕີກະຊວງການຕ່າງປະເທດຣັດເຊຍກ່າວຕໍ່ສື່ມວນຊົນວ່າ, ເລື່ອງກ່ຽວກັບທ່ານເຊີເກ ລັຟລົຟ ລັດຖະມົນຕີກະຊວງການຕ່າງປະເທດຣັດເຊຍ ກັບທ່ານອັນໂທນີ ບລີນເຄັນ ລັດຖະມົນຕີກະຊວງການຕ່າງປະເທດອາເມຣິກາ ຈັດການພົບປະໃນໄລຍະກອງປະຊຸມສຸດຍອດກຸ່ມ G20 ບໍ່ໄດ້ຢູ່ໃນວາລະປະຊຸມໃນປັດຈຸບັນ.


ວັນທີ 10 ພະຈິກນີ້, ທ່ານ ດີມີຕຣີ ເພັສຄົຟ ໂຄສົກຖະແຫຼງຂ່າວຂອງປະທານາທິບໍດີຣັດເຊຍແຈ້ງຂ່າວໃຫ້ຮູ້ວ່າ, ທ່ານເຊີເກ ລັຟລົຟ ລັດຖະມົນຕີກະຊວງການຕ່າງປະເທດຣັດເຊຍຈະນຳພາຄະນະຜູ້ແທນໄປເຂົ້າຮ່ວມກອງປະຊຸມສຸດຍອດກຸ່ມ G20 ທີ່ຈະຈັດຂຶ້ນຢູ່ເກາະບາຫຼີ ອິນໂດເນເຊຍ ໃນວັນທີ 15 ຫາ 16 ພະຈິກນີ້.