GDP ໄຕມາດທີ 3 ປີ 2022 ຂອງໄທເພີ່ມຂຶ້ນ 4,5% ເມື່ອທຽບກັບໄລຍະດຽວກັນຂອງປີ 2021

2022-11-22 14:03:05 CRI

 

ຕາມຂ່າວCRI: ວັນທີ 21 ພະຈິກນີ້, ລັດຖະບານໄທໄດ້ເປີດເຜີຍໃຫ້ຮູ້ວ່າ: ຍອດມູນຄ່າຜະລິດຕະພັນພາຍໃນຂອງປະເທດຫຼື GDP ໃນໄຕມາດທີ 3 ປີ 2022 ນີ້ໄດ້ເພີ່ມຂຶ້ນ 4,5% ເມື່ອທຽບກັບໄລຍະດຽວກັນຂອງປີ 2021 , ໄດ້ເພີ່ມຂຶ້ນລຽນຕິດໃນ 4 ໄຕມາດຜ່ານມາ.

 

ທ່ານດານຸຊາ ພິຊາຢານັນ, ເລຂາທິການຄະນະກຳມະການພັດທະນາເສດຖະກິດແລະສັງຄົມແຫ່ງຊາດໄທກ່າວວ່າ: ການເປີດປະຕູຄືນໃໝ່ຂອງ

ຂະແໜງການທ່ອງທ່ຽວໄດ້ຊຸກຍູ້ການເຕີບໂຕຂອງຂະແໜງການບໍລິການຂອງໄທຢ່າງຫຼວງຫຼາຍ. ຄາດວ່າໃນປີ 2022 ນີ້ຈະມີນັກທ່ອງທ່ຽວເຂົ້າມາໄທຫຼາຍກວ່າ 10 ລ້ານເທື່ອຄົນ, ຈະເຮັດໃຫ້ຂະແໜງການທ່ອງທ່ຽວຂອງໄທມີລາຍຮັບ 570 ຕື້ບາດ.

 

ອີງຕາມຕົວເລກສະແດງໃຫ້ເຫັນວ່າ, ໃນ 3 ໄຕມາດປີ 2022 ນີ້, GDP ຂອງໄທໄດ້ເພີ່ມຂຶ້ນ 3,1% ເມື່ອທຽບກັບໄລຍະດຽວກັນຂອງປີ 2021. ຄະນະກຳມະການດັ່ງກ່າວຄາດຄະເນວ່າ, ເສດຖະກິດຂອງໄທໝົດປີ 2022 ນີ້ຈະເພີ່ມຂຶ້ນ 3,2%.