ແຂວງຈາວາຕາເວັນຕົກຂອງອິນໂດເນເຊຍເກີດແຜ່ນດິນໄຫວເຮັດໃຫ້ມີຜູ້ເສຍຊີວິດຈຳນວນຫຼາຍ

2022-11-22 14:41:16 cri


ວັນທີ 21 ພະຈິກນີ້, ພາກສ່ວນຮັບມືກັບເຫດການສຸກເສີນເຂດຈິອັນຈູ່ແຂວງຈາວາຕາເວັນຕົກອິນໂດເນເຊຍແຈ້ງໃຫ້ຮູ້ວ່າ: ໃນມື້ດຽວກັນໄດ້ເກີດແຜ່ນດິນໄຫວລະດັບ 5,6 ຣິກເຕີ, ເຮັດໃຫ້ມີຜູ້ເສຍຊີວິດເພີ່ມຂຶ້ນເຖິງ 162 ຄົນ, ໃນນັ້ນ ມີ 100 ຄົນແມ່ນເສຍຊີວິດຍ້ອນດິນເຈື່ອນຖົມ ແລະມີຫຼາຍກວ່າ 1 ໝື່ນຄົນອົບພະຍົບອອກຈາກບ້ານເຮືອນຂອງຕົນເອງ.


ຕາມຂ່າວຈາກເວັບໄຊຂອງອົງການອຸຕຸນິຍົມ, ດິນຟ້າອາກາດ ແລະຟີຊິກໜ່ວຍໂລກອິນໂດເນເຊຍແຈ້ງໃຫ້ຮູ້ວ່າ: ແຜ່ນດິນໄຫວຄັ້ງນີ້ໄດ້ເກີດຂຶ້ນໃນເວລາ 13 ໂມງ 21 ນາທີຕາມເວລານະຄອນຫຼວງຈະກາຕາ, ຈຸດສູນກາງແຜ່ນດິນໄຫວຕັ້ງຢູ່ພາກຕາເວັນຕົກສຽງໃຕ້ຂອງເຂດຈິອັນຈູ່, ເລິກລົງໄປໃຕ້ດິນປະມານ 10 ກິໂລແມັດ.