ຈີນເລັ່ງການສ້າງເຂດໃຫ້ບໍລິການເບິ່ງແຍງດູແລຜູ້ອາຍຸສູງພາຍໃນວົງລັດສະໝີ 15 ນາທີ

2022-11-25 13:08:41 cri


    ນັບມາຮອດທ້າຍປີ 2021, ປະເທດຈີນມີຜູ້ອາຍຸສູງເຖິງ 60 ປີ ແລະ 60 ປີຂຶ້ນໄປເຖິງ 267 ລ້ານຄົນ. ໃນໄລຍະຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ 5 ປີຄັ້ງທີ 14 ຄື: ປີ 2021-2025, ປະເທດຈີນຈະຈາກໄລຍະອັດຕາສ່ວນຜູ້ອາຍຸສູງມີຫຼວງຫຼາຍໃນລະດັບຕໍ່າ ເຂົ້າສູ່ໄລຍະອັດຕາສ່ວນຜູ້ອາຍຸສູງມີຫຼວງຫຼາຍໃນລະດັບປານກາງ, ຜູ້ອາຍຸສູງຫຼາຍກວ່າ 90% ຈະໃຊ້ຊີວິດໃນໄວຊະລາຢູ່ບ້ານ ຫຼືກຸ່ມເຂດຊຸມຊົນ.

    ຄຽງຄູ່ກັບອາຍຸຍືນສະເລ່ຍຂອງປະຊາຊົນສູງຂຶ້ນ, ເຮັດແນວໃດຈຶ່ງຈະເຮັດໃຫ້ຜູ້ອາຍຸສູງມີຊີວິດການເປັນຢູ່ໃນໄວຊະລາດີກວ່າເກົ່ານັ້ນ ໄດ້ກາຍເປັນບັນຫາທີ່ ລັດຖະບານບັນດາປະເທດ ແລະທົ່ວສັງຄົມຕ້ອງຜະເຊີນໜ້າ. ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນ ກໍໄດ້ວາງແຜນຮັບມືໃນທົ່ວປະເທດຈີນ ນັ້ນກໍຄື: ຈະປະຕິບັດຍຸດທະສາດແຫ່ງຊາດທີ່ຮັບມືກັບອັດຕາສ່ວນຜູ້ອາຍຸສູງເພີ່ມຂຶ້ນຢ່າງຕັ້ງໜ້າ, ຊຸກຍູ້ໃຫ້ຜູ້ອາຍຸສູງທຸກຖ້ວນໜ້າສາມາດຊົມໃຊ້ການບໍລິການເບິ່ງແຍງດູແລຜູ້ອາຍຸສູງຂັ້ນພື້ນຖານ.

    ອີງຕາມແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ 5 ປີຄັ້ງທີ 14 ແລະເປົ້າໝາຍໄລຍະຍາວປີ 2035 ຂອງລັດຖະບານ, ຈີນຈະສ້າງເຂດໃຫ້ບໍລິການເບິ່ງແຍງດູແລຜູ້ອາຍຸສູງພາຍໃນວົງລັດສະໝີ 15 ນາທີ, ປັບປຸງລະບົບບໍລິການເບິ່ງແຍງດູແລຢູ່ເຮືອນ, ໃນເຂດຊຸມຊົນ ແລະອົງການ ໂດຍປະສານສົມທົບກັນໃຫ້ສົມບູນ; ສ້າງກຸ່ມເຂດຊຸມຊົນສາທິດ ທີ່ອໍານວຍຄວາມສະດວກໃຫ້ແກ່ຜູ້ອາຍຸສູງຈໍານວນ 1.000 ແຫ່ງໃນທົ່ວປະເທດໃນແຕ່ລະປີ, ໃຫ້ການສະໜັບສະໜູນຢ່າງຮອບດ້ານແກ່ຜູ້ອາຍຸສູງ ເຊັ່ນ: ການເດີນທາງ, ການປິ່ນປົວພະຍາດ, ການບໍລິໂພກ, ການບັນເທີງແລະອື່ນໆ ເພື່ອໃຫ້ຜູ້ອາຍຸສູງໄດ້ຮັບຜົນປະໂຫຍດ ຢ່າງແທ້ຈິງ.



    ລັດຖະບານຈີນ ໄດ້ສະໜັບສະໜູນກຸ່ມເຂດຊຸມຊົນ ແລະອົງການຕ່າງໆເພື່ອເຝິກອົບຮົມໃຫ້ສະມາຊິກຄອບຄົວຂອງຜູ້ອາຍຸສູງທີ່ເສຍຄວາມສາມາດເບິ່ງແຍງຕົນເອງ, ຈັດຕັ້ງອາສາສະໝັກດໍາເນີນການບໍລິການເບິ່ງແຍງດູແລຜູ້ອາຍຸສູງທີ່ເສຍຄວາມສາມາດເບິ່ງແຍງຕົນເອງເຖິງເຮືອນ. ສົ່ງເສີມໃຫ້ກຸ່ມເຂດຊຸມຊົນຮ່ວມມືກັບອົງການທີ່ກ່ຽວຂ້ອງ ເພື່ອໃຫ້ບໍລິການເບິ່ງແຍງດູແລໄລຍະສັ້ນ ແລະເບິ່ງແຍງດູແລເປັນການຊົ່ວຄາວແກ່ຜູ້ອາຍຸສູງທີ່ຢູ່ເຮືອນ.

    ຫຼາຍປີມໍ່ໆມານີ້, ແຫ່ງຕ່າງໆໄດ້ເລັ່ງການປັບປຸງໂຄງລ່າງບໍລິການເບິ່ງແຍງດູແລຜູ້ອາຍຸສູງໃນກຸ່ມເຂດຊຸມຊົນໃຫ້ສົມບູນ, ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງຜູ້ອາຍຸສູງ ເຊັ່ນ: ອາຫານການກິນ, ການປົວພະຍາດ, ຟື້ນຟູສຸຂະພາບ, ເບິ່ງແຍງດູແລຊີວິດການເປັນຢູ່ ແລະອື່ນໆ, ເຮັດໃຫ້ຜູ້ອາຍຸສູງສາມາດຊົມໃຊ້ບໍລິການເບິ່ງແຍງດູແລຜູ້ອາຍຸສູງທີ່ອົບອຸ່ນ ແລະ ລະອຽດຮອບຄອບ.

    ເພື່ອໃຫ້ຜູ້ອາຍຸສູງບໍ່ຕ້ອງອອກຈາກກຸ່ມເຂດຊຸມຊົນທີ່ຕົນເອງຄຸ້ນເຄີຍ, ສາ ມາດຊົມໃຊ້ບໍລິການດ້ານອາຫານການກິນ, ເບິ່ງແຍງດູແລໄລຍະສັ້ນ ແລະອື່ນໆຢູ່ບ່ອນມໍ່ກັບເຮືອນ. ໃນ 5 ປີຜ່ານມາ, ເມືອງເຊົາຢາງ, ນະຄອນຫຼວງປັກກິ່ງໄດ້ສ້າງຈຸດບໍລິການເບິ່ງແຍງດູແລຜູ້ອາຍຸສູງສໍາເລັດເຖິງ170 ແຫ່ງ, ບໍລິການຕົ້ນຕໍແມ່ນເບິ່ງແຍງດູແລໄລຍະສັ້ນ, ໃຫ້ຜູ້ອາຍຸສູງສາມາດໄປມາລະຫວ່າງຈຸດບໍລິການ ແລະເຮືອນຕົນຕາມສະບາຍ. ຖ້າວ່າສຸຂະພາບຂອງຜູ້ອາຍຸສູງດີຂຶ້ນແລ້ວ ຫຼືວ່າສະມາຊິກຄອບຄົວສາມາດເບິ່ງແຍງດູແລໄດ້ແລ້ວ, ຜູ້ອາຍຸສູງກໍສາມາດກັບເຮືອນຕົນໄດ້ໃນທຸກເວລາ.

    ເພື່ອໃຫ້ຜູ້ອາຍຸສູງໃນຊົນນະບົດ ສາມາດກິນເຂົ້າໂດຍບໍ່ຕ້ອງແຕ່ງເອງ, ນັບແຕ່ປີ 2021 ເປັນຕົ້ນມາ, ນະຄອນຈູ່ຈີ້, ແຂວງເຈີ້ຈ່ຽງໄດ້ເປີດຫ້ອງອາຫານ “ຄວາມຮັກແພງ” 144 ແຫ່ງ ໂດຍໄດ້ປົກຄຸມເອົາ 217 ບ້ານ. ແນໃສ່ຜູ້ອາຍຸສູງທີ່ຍ່າງບໍ່ສະດວກຈໍານວນໜຶ່ງ, ອາສາສະໝັກຍັງຈະສົ່ງອາຫານເຖິງເຮືອນ.



    ຮູບແບບການເຄື່ອນໄຫວຂອງຫ້ອງອາຫານ “ຄວາມຮັກແພງ” ຄື: ອົງການ ປົກຄອງໃຫ້ເງິນອຸດໜູນສ່ວນໜຶ່ງ, ຜູ້ໃຊ້ບໍລິການຈ່າຍສ່ວນໜຶ່ງ, ກອງທຶນຈ່າຍສ່ວນໜຶ່ງ, ຜູ້ອາຍຸສູງພຽງແຕ່ຈ່າຍ 3-5 ຢວນຕໍ່ຄາບໂດຍອີງຕາມຂັ້ນອາຍຸ.

    ລັດຖະບານຈີນຍັງໄດ້ສະໜັບສະໜູນອົງການປິ່ນປົວພະຍາດ ແລະ ຟື້ນຟູສຸຂະພາບ ດໍາເນີນການບໍລິການເບິ່ງແຍງດູແລຜູ້ອາຍຸສູງທີ່ເສຍຄວາມສາມາດເບິ່ງແຍງຕົນເອງ, ທັງໄດ້ຂະຫຍາຍການບໍລິການດັ່ງກ່າວໄປຮອດກຸ່ມເຂດຊຸມຊົນ ແລະເຮືອນ. ປະເທດຈີນມີຜູ້ເສຍຄວາມສາມາດເບິ່ງແຍງຕົນເອງທັງໝົດ ແລະເສຍສ່ວນໃດໜຶ່ງ ປະມານ 40 ລ້ານຄົນ, ສ່ວນໃຫຍ່ແມ່ນໃຊ້ຊີວິດຢູ່ເຮືອນຕົນເອງ, ຕ້ອງການຄວາມເບິ່ງແຍງດູແລ ແລະບໍາບັດໃນລະດັບຕ່າງກັນ.  

    ຫຼາຍປີມໍ່ໆມານີ້, ຜູ້ເບິ່ງແຍງດູແລ ແລະບໍາບັດຜູ້ອາຍຸສູງນັບມື້ນັບຫຼາຍຂຶ້ນໄດ້ເຂົ້າສູ່ຄອບຄົວຕ່າງໆ ເພື່ອໃຫ້ບໍລິການແກ່ຜູ້ອາຍຸສູງ. ລຸງເຊີນຟູ້ຈິງ ເປັນຊາວນະຄອນຫຼວງປັກກິ່ງ, ເພິ່ນໄດ້ເສຍຄວາມສາມາດເບິ່ງແຍງຕົນເອງຍ້ອນເລືອດໃນສະໝອງຕັນເມື່ອ 7 ປີກ່ອນ, ໄດ້ນອນຕຽງເປັນເວລາ 7 ປີແລ້ວ. ເດືອນພຶດສະພາ 2021, ເພິ່ນຮ້ອງຂໍປະກັນໄພບໍາບັດໄລຍະຍາວໄດ້, ແຕ່ລະເດືອນກໍໄດ້ຮັບເງິນອຸດໜູນ 1.044 ຢວນ ແລະໄດ້ຮັບການບໍລິການເຖິງເຮືອນຈາກຜູ້ເບິ່ງແຍງດູແລ ແລະ ບໍາບັດຜູ້ອາຍຸສູງເຖິງ 4 ຄັ້ງ. ມີຜູ້ໜຶ່ງເສຍຄວາມສາມາດເບິ່ງແຍງດູແລຕົນເອງ ແລ້ວ ໝົດທຸກຄົນໃນຄອບຄົວກໍເສຍຄວາມເປັນປົກກະຕິ. ການປີ້ນໂຕ, ອາບນໍ້າ ແລະ ຕັດຜົມເປັນເລື່ອງເລັກໆນ້ອຍໆທີ່ເບິ່ງຄືງ່າຍ ແຕ່ສໍາລັບຜູ້ອາຍຸສູງທີ່ນອນຕຽງ ແລະຄອບຄົວເຂົາເຈົ້າແລ້ວ ພັດເປັນເລື່ອງຫຍຸ້ງຍາກ. ພາຍຫຼັງມີຜູ້ເບິ່ງແຍງດູແລ ແລະບໍາບັດຜູ້ອາຍຸສູງໄດ້ນໍາເອົາອຸປະກອນວິຊາສະເພາະມາບໍລິການເຖິງທີ່ແລ້ວ, ກໍສາມາດຫຼຸດພາລະຂອງສະມາຊິກໃນຄອບຄົວໄດ້ຢ່າງຫຼວງຫຼາຍ.



    ຕາມການຄຳນວນ, ປະເທດຈີນແມ່ນຂາດເຂີນບຸກຄະລາກອນເບິ່ງແຍງດູແລ ແລະບໍາບັດຜູ້ອາຍຸສູງປະມານ 5 ລ້ານຄົນ, ຫຼາຍປີມໍ່ໆມານີ້, ແຫ່ງຕ່າງໆຂອງຈີນໄດ້ນໍາໃຊ້ມາດຕະການຕ່າງໆ ເພື່ອເລັ່ງລັດບໍາລຸງສ້າງຜູ້ເບິ່ງແຍງດູແລ ແລະບໍາບັດຜູ້ອາຍຸສູງ.

    ເມືອງເອີ່ນຢາງ, ນະຄອນປ່າຈົ່ງ, ແຂວງເສສວນ ໄດ້ດໍາເນີນການເຝິກອົບຮົມສີມືດ້ານການເບິ່ງແຍງດູແລ ແລະບໍາບັດຜູ້ອາຍຸສູງ ທີ່ແນໃສ່ອົງການສະເພາະ ແລະໃບສັ່ງຈອງຂອງລູກຄ້າ, ນັບມາຮອດປັດຈຸບັນ, ໄດ້ເຝິກອົບຮົມໄປແລ້ວ 2.000 ກວ່າຄົນ, ບໍ່ພຽງແຕ່ໄດ້ແກ້ໄຂ້ບັນຫາຂາດເຂີນບຸກຄະລາກອນຂອງອົງການເບິ່ງແຍງດູແລຜູ້ອາຍຸສູງເທົ່ານັ້ນ, ຍັງໄດ້ຊຸກຍູ້ການປະກອບອາຊີບຂອງຜູ້ອອກແຮງງານໃນຕົວເມືອງ ແລະຊົນນະບົດອີກດ້ວຍ. ນັບແຕ່ປີ 2021 ເປັນຕົ້ນໄປ, ອົງການປົກຄອງນະຄອນຫຼວງປັກກິ່ງຈະໄດ້ມອບເງິນລາງວັນໃຫ້ແກ່ຜູ້ຮຽນຈົບ ການສຶກສາຊັ້ນສູງ ແລ້ວເຂົ້າເຮັດວຽກດ້ານບໍລິການເບິ່ງແຍງດູແລຜູ້ອາຍຸສູງ.

    ການເບິ່ງແຍງດູແລຜູ້ອາຍຸສູງ, ເວົ້າໄດ້ວ່າ ກ່ຽວພັນເຖິງທຸກຄອບຄົວ ແລະທຸກຄົນ. ການສ້າງເຂດໃຫ້ບໍລິການເບິ່ງແຍງດູແລຜູ້ອາຍຸສູງພາຍໃນວົງລັດສະໝີ 15 ນາທີນັ້ນ ໄດ້ເຮັດໃຫ້ຜູ້ອາຍຸສູງຮ່ວມກັນຊົມໃຊ້ຜົນສໍາເລັດດ້ານການປະຕິຮູບ ແລະພັດທະນາ ເພື່ອໃຊ້ຊີວິດໃນໄວຊະລາຢ່າງມີຄວາມສຸກ.