ທ່ານສີຈິ້ນຜິງພົບປະເຈລະຈາກັບປະທານປະເທດກູບາ

2022-11-25 16:41:11 CRI

ຕາມຂ່າວCRI: ຕອນເຊົ້າວັນທີ 25 ພະຈິກນີ້, ທ່ານສີຈິ້ນຜິງ, ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ, ປະທານປະເທດຈີນໄດ້ພົບປະເຈລະຈາກັບທ່ານມິເກວ ດີອາສ ຄາເນວ ເບີມູເດັສ, ເລຂາທີ 1 ຂອງຄະນະກຳມະການສູນກາງພັກຄອມມູນິດກູບາ, ປະທານປະເທດກູບາທີ່ເດີນທາງມາຢ້ຽມຢາມຈີນທາງລັດຖະກິດຢູ່ຫໍສະພາປະຊາຊົນແຫ່ງຊາດຈີນທີ່ນະຄອນຫຼວງປັກກິ່ງ.


 

ທ່ານສີຈິ້ນຜິງຊີ້ອອກວ່າ: ທ່ານມິເກວ ດີອາສ ຄາເນວ ເບີມູເດັສແມ່ນປະມຸກລັດຜູ້ທຳອິດຂອງປະເທດໃນອາເມຣິກາລາຕີນແລະຄາຣີບຽນທີ່ເດີນທາງມາຢ້ຽມຢາມຈີນພາຍຫຼັງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນສິ້ນສຸດລົງ, ເຊິ່ງສະແດງໃຫ້ເຫັນເຖິງກາວພົນພັນໄມຕີຈິດແບບພິເສດລະຫວ່າງສອງພັກສອງລັດຈີນ-ກູບາ.ຈີນຍິນດີລົງເລິກຄວາມໄວ້ເນື້ອເຊື່ອໃຈຢ່າງຕໍ່ເນື່ອງກັບກູບາ, ເປີດກວ້າງການຮ່ວມມືຕົວຈິງ, ລົງເລິກການພົວພັນລະຫວ່າງຈີນ-ກູບາໃນຍຸກໃໝ່ຢ່າງບໍ່ຢຸດຢັ້ງ. ພາຍໃຕ້ສະພາບການໃໝ່, ສອງຝ່າຍຕ້ອງເພີ່ມທະວີການປະສານງານກັນດ້ານຍຸດທະສາດ, ລົງເລິກການຮ່ວມມືຕົວຈິງໃນຂົງເຂດຕ່າງໆ, ຮ່ວມກັນຊຸກຍູ້ການສ້າງສາຄວາມທັນສະໄໝລັດທິສັງຄົມນິຍົມ.



ທ່ານມິກູເກວ ດີອາສ ຄາເນວ ເບີມູເດັສໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ທ່ານປະທານສີຈິ້ນຜິງທີ່ໄດ້ເຊື້ອເຊີນທ່ານເດີນທາງມາຢ້ຽມຢາມໃນຖານະເປັນປະມຸກລັດປະເທດໃນອາເມລິກາລາຕິນຜູ້ທຳອິດພາຍຫຼັງຈັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນຢ່າງສຳເລັດຜົນ. ທ່ານກ່າວເນັ້ນວ່າ: ການພັດທະນາການພົວພັນກັບຈີນແມ່ນສິ່ງທີ່ສຳຄັນທີ່ສຸດໃນດ້ານນະໂຍບາຍການຕ່າງປະເທດຂອງກູບາ. ກູບາກ່າວຢ້ຳວ່າຈະຍຶດໝັ້ນເຄົາລົບຫຼັກການປະເທດຈີນດຽວ, ສືບຕໍ່ປະກອບສ່ວນເຂົ້າໃນການຊຸກຍູ້ການພົວພັນລະຫວ່າງອາເມລິກາລາຕິນ-ຈີນແລະການປົກປັກຮັກສາຜົນປະໂຫຍດຮ່ວມກັນຂອງປະເທດທີ່ກຳລັງພັດທະນາ.