ອາເມຣິກາມີຫຼາຍກວ່າ 4 ໝື່ນຄົນເສຍຊີວິດຍ້ອນເຫດການໃຊ້ຄວາມຮຸນແຮງດ້ວຍອາວຸດປືນຕ່າງໆໃນປີນີ້

2022-11-27 15:04:10 cri


    ຕົວເລກສະຖິຕິຫຼ້າສຸດຂອງເວັບໄຊ “ສຳເນົາເອກະສານການໃຊ້ຄວາມຮຸນແຮງດ້ວຍປືນ” ຂອງອາເມຣິກາສະແດງໃຫ້ເຫັນວ່າ: ນັບມາຮອດວັນທີ 26 ພະຈິກນີ້, ອາເມຣິກາໄດ້ມີຫຼາຍກວ່າ 4 ໝື່ນຄົນເສຍຊີວິດຍ້ອນເຫດການໃຊ້ຄວາມຮຸນແຮງດ້ວຍອາວຸດປືນໃນປີນີ້, ໃນນັ້ນ, ມີເດັກນ້ອຍອາຍຸ 0-11 ປີ ເກືອບ 300 ຄົນ. ນີ້ແມ່ນອາເມຣິກາມີຜູ້ເສຍຊີວິດຍ້ອນເຫດການໃຊ້ຄວາມຮຸນແຮງດ້ວຍອາວຸດປືນຕ່າງໆຫຼາຍກວ່າ 4 ໝື່ນຄົນຕໍ່ປີເປັນ 3 ປີລຽນຕິດທີ່ສະຖິຕິໂດຍເວັບໄຊດັ່ງກ່າວ.

    ນອກຈາກນີ້, ປີນີ້ຍັງມີຫຼາຍກວ່າ 3 ໝື່ນ 5 ພັນຄົນໄດ້ຮັບບາດເຈັບຍ້ອນເຫດການໃຊ້ຄວາມຮຸນແຮງດ້ວຍອາວຸດປື່ນ. ຕົວເລກສະຖິຕິຂອງເວັບໄຊດັ່ງກ່າວຍັງໄດ້ສະແດງໃຫ້ເຫັນວ່າ: ນັບມາຮອດວັນທີ 26 ພະຈິກນີ້, ປີນີ້, ອາເມຣິກາໄດ້ເກີດເຫດການຍິງປືນໃສ່ປະຊາຊົນຈຳນວນຫຼາຍທີ່ເຮັດໃຫ້ຢ່າງໜ້ອຍມີ 4 ຄົນບາດເຈັບ ແລະເສຍຊີວິດນັ້ນທັງໝົດ 611 ລາຍ, ເຊິ່ງຕົວເລກນີ້ໄດ້ຫຼາຍກວ່າ 600 ລາຍເປັນ 3 ປີລຽນຕິດເຊັ່ນດຽວກັນ.