ນາງເຊີນວ້າງຮຸ້ຍ: ເຮັດໃຫ້ດອກກຸຫຼາບທຸກດອກລ້ວນແຕ່ກາຍເປັນດອກຮັ່ງມີ

2022-12-02 12:19:49 cri

 

    ຢູ່ບ້ານມ້າວສູຍ, ກິ່ງແຂວງປົກຄອງຕົນເອງເຜົ່າຕີເບດ ເຜົ່າຊ່ຽງອ່າບ້າ, ແຂວງເສສວນ ທາງພາກຕາເວັນຕົກສຽງໃຕ້ຂອງຈີນ, ອຸດສາຫະກຳດອກກຸຫຼາບພວມພັດທະນາຢ່າງຄຶກຄື້ນ. ໃນຫຼາຍປີຜ່ານມາ, ທ່ານນາງ ເຊີນວ້າງຮຸ້ຍ ເລຂາຄະນະພັກບ້ານມ້າວສູຍ ໄດ້ນຳພາຊາວບ້ານປູກດອກກຸຫຼາບ ແລະ ພັດທະນາອຸດສາຫະກຳດອກກຸຫຼາບ, ເຮັດໃຫ້ທົ່ວບ້ານຫຼຸດພົ້ນອອກຈາກຄວາມທຸກຍາກ ແລະ ຮັ່ງມີຂຶ້ນ, ຈິ່ງຖືກຊາວບ້ານເອີ້ນຢ່າງສະໜິດສະໜົມວ່າ “ເອື້ອຍກຸຫຼາບ”.

    ບ້ານມ້າວສູຍ ສູງກວ່າລະດັບໜ້ານ້ຳທະເລໂດຍສະເລ່ຍເກືອບ 3 ພັນແມັດ, ຖິ່ນນີ້ເຖິງວ່າຈະມີທິວທັດທຳມະຊາດທີ່ສວຍງາມກໍຕາມ ແຕ່ດິນພັດບໍ່ງາມປານໃດ, ເຄື່ອງປ່າຂອງດົງກໍມີໜ້ອຍ, ທັງເຂົ້າອອກບໍ່ສະດວກຍ້ອນຢູ່ພູດອຍເລິກ. ປະຊາ ຊົນທ້ອງຖິ່ນ ພຽງແຕ່ອາໄສການປູກມັນຝລັ່ງ ແລະມີຊີວິດທີ່ທຸກຍາກ.

    ແຕ່ກ່ອນ, ນາງ ເຊີນວ້າງຮຸ້ຍ ເຄີຍດຳເນີນທຸລະກິດຮ້ານອາຫານໃນຕາແສງ, ເປັນຜູ້ເກັ່ງໃນການສ້າງຄວາມຮັ່ງມີທີ່ມີຊື່ສຽງໃນບ້ານມ້າວສູຍ. ແຕ່ເມື່ອເບິ່ງເຫັນຊາວບ້ານດຳລົງຊີວິດຢ່າງລຳບາກ, ນາງກໍຮູ້ສຶກທຸກໃຈຫຼາຍ. ເມື່ອທ້າຍປີ 2010,ຊາວບ້ານໄດ້ເລືອກຕັ້ງນາງ ເຊີນວ້າງຮຸ້ຍ ເປັນຫົວໜ້າຄະນະກຳມະການບ້ານ. ຈາກນັ້ນມາ, ນາງກໍເລີ່ມແບກຫາບໜ້າທີ່ນຳພາຊາວບ້ານ ໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກເລີຍ.

 


    ມື້ໜຶ່ງ, ນາງ ເຊີນວ້າງຮຸ້ຍ ໄດ້ໄປຢາມຄອບຄົວຊາວບ້ານຄົນໜຶ່ງ ເພື່ອສຳຫຼວດທີ່ດິນມັນຝລັ່ງທີ່ຖືກໝູປ່າທຳລາຍ. ໃນສິ່ງເສດເຫຼືອ ນາງພັດພົບເຫັນວ່າ ມີຕົ້ນກຸຫຼາບປ່າຫຼາຍຕົ້ນພັດດີຄືເກົ່າ ບໍ່ໄດ້ຖືກທຳລາຍ. ນາງ ເຊີນວ້າງຮຸ້ຍ ຄຶດວ່າ ຢູ່ເຂດພູດອຍທີ່ທຸກຍາກແບບນີ້, ຕົ້ນກຸຫຼາບປ່າສາມາດເຕີບໂຕໄດ້, ຖ້າວ່າປ່ຽນໄປປູກຕົ້ນກຸຫຼາບ, ບໍ່ພຽງແຕ່ຈະບໍ່ຖືກໝູປ່າທຳລາຍເທົ່ານັ້ນ, ທັງມີຄຸນຄ່າສູງໃນດ້ານເສດຖະກິດ, ອາດຈະສາມາດສ້າງຜົນປະໂຫຍດໃຫ້ປະຊາຊົນທ້ອງຖິ່ນໄດ້.

    ເຊີນວ້າງຮຸ້ຍໄດ້ຄົ້ນຫາຂໍ້ມູນຈິ່ງຮູ້ວ່າ ດອກກຸຫຼາບເປັນ “ມິ່ງຂວັນ” ແລະບໍ່ພຽງແຕ່ໃຊ້ເປັນອາຫານເທົ່ານັ້ນ ທັງໃຊ້ເປັນຢາປົວພະຍາດນໍາອີກ; ນ້ຳມັນດອກກຸຫຼາບຍັງຖືກເອີ້ນວ່າ “ຄຳແຫຼວ” ທີ່ມີລາຄາແພງ. ເພື່ອຊອກຫາຕົ້ນກຸຫຼາບທີ່ສາມາດເຮັດໃຫ້ທົ່ວບ້ານຫຼຸດພົ້ນອອກຈາກຄວາມທຸກຍາກ, ເຊີນວ້າງຮຸ້ຍ ໄດ້ຂີ່ລົດເມ, ລົດສາມລໍ້, ລົດຕັກເຕີ ແລະອື່ນໆ ເດີນທາງໄປສູນປູກຕົ້ນກຸຫຼາບແຫ່ງຕ່າງໆ ເພື່ອຂໍຄວາມຮູ້ດ້ານການຄັດເລືອກແນວພັນ ແລະຄຸ້ມຄອງການປູກຕົ້ນກຸຫຼາບ. ບໍ່ເທົ່າໃດເດືອນ ນາງກໍໄດ້ກຳແໜ້ນສີມືການປູກໂດຍພື້ນຖານ. ຫຼັງຈາກກັບເມືອບ້ານແລ້ວ, ເຊີນວ້າງຮຸ້ຍ ກໍເລີ່ມທົດລອງປູກຕົ້ນກຸຫຼາບ 8 ຊະນິດ.

    ປີ 2013, ດອກກຸຫຼາບທີ່ສວຍງາມ ແລະ ສົ່ງກິ່ນຫອມໃນບ້ານມ້າວສູຍ ໄດ້ກາຍເປັນສິ່ງຕອບບຸນແທນຄຸນທີ່ດີທີ່ສຸດໃຫ້ກັບຄວາມຈິງໃຈ ແລະ ອົດທົນຂອງເຊີນວ້າງຮຸ້ຍ. ແນວພັນດອກກຸຫຼາບທີ່ນາງນຳເອົາມານັ້ນ ເປັນແນວພັນດີເດັ່ນ ເໝາະກັບການປູກຢູ່ທ້ອງຖິ່ນຕົນຫຼາຍ. ເຊີນວ້າງຮຸ້ຍ ຈຶ່ງສອນເຕັກນິກປູກດອກໄມ້ອັນກ້າວໜ້າທີ່ຕົນເອງຮຽນມານັ້ນ ໃຫ້ຊາວບ້ານທັງຫຼາຍ ແລະນຳພາຄົນທັງຫຼາຍປູກດອກກຸຫຼາບເພື່ອສ້າງຄວາມຮັ່ງມີ.



    ເພື່ອຍົກສູງມູນຄ່າເພີ່ມຂອງດອກກຸຫຼາບ, ເຊີນວ້າງຮຸ້ຍ ຍັງຕົກລົງສ້າງໂຮງງານປຸງແຕ່ງເອົາເອງ. ນາງກັດແຂ້ວຂາຍເຮືອນຂອງຕົນ, ທັງຢືມເງິນຈາກໝູ່ເພື່ອນ ແລະ ທະນາຄານເພື່ອສ້າງຕັ້ງໂຮງງານປຸງແຕ່ງ.  ຜ່ານການພັດທະນາຫຼາຍປີ, ຮອດປັດຈຸບັນ ໂຮງງານປຸງແຕ່ງຂອງນາງສາມາດຜະລິດນ້ຳມັນກຸຫຼາບ, ແຈ່ວກຸຫຼາບ, ເຂົ້າໜົມກຸຫຼາບ ແລະ ຜະລິດຕະພັນອື່ນໆລວມທັງໝົດ 20 ກວ່າຊະນິດ, ຍອດມູນຄ່າຈຳໜ່າຍໃນປີ 2021 ໄດ້ບັນລຸເຖິງ 30 ລ້ານຢວນ.

    ໃນຊຸມປີມໍ່ໆມານີ້, ຍ້ອນຕະຫຼາດມີສະຖານະການນັບມື້ນັບຂ້ຽວຂາດ, ເພື່ອຮັບປະກັນການພັດທະນາແບບຍືນຍົງຂອງອຸດສາຫະກຳດອກກຸຫຼາບ, ເຊີນວ້າງຮຸ້ຍ ໄດ້ກັດແຂ້ວອີກໂດຍລະດົມເງິນ 30 ລ້ານຢວນເພື່ອສ້າງຕັ້ງອາຄານສໍາລັບຄົ້ນຄວ້າວິທະຍາສາດດອກກຸຫຼາບ ເພື່ອຄົ້ນຄວ້າພັດທະນາຕ່ອງໂສ້ການຜະລິດແລະ ຜະລິດຕະພັນດອກກຸຫຼາບຢ່າງແຂງແຮງ. ການສ້າງຕັ້ງອາຄານດັ່ງກ່າວ ເຮັດໃຫ້ບັນຫາຂອງວິສາຫະກິດທີ່ຂາດເຂີນຜູ້ມີຄວາມຮູ້ຄວາມສາມາດ, ນັກວິຊາການທີ່ຖືກເຊີນມາເຮັດວຽກຍາກ ແລະ ເຮັດວຽກຢູ່ດົນຍາກນັ້ນ ຄ່ອຍໆດີຂຶ້ນ, ບໍ່ພຽງແຕ່ບັນລຸການເຕີບໃຫຍ່ລັກສະນະທາດແທ້ແບບຍືນຍົງ ແລະ ປອດໄສຂອງອຸດສາຫະກຳດອກກຸຫຼາບເທົ່ານັ້ນ, ຍັງໄດ້ເຮັດໃຫ້ຊາວບ້ານເກືອບ 200 ຄົນມີວຽກເຮັດງານທຳທີ່ພໍໃຈຢູ່ກັບໜ້າບ້ານ, ແລະມີລາຍໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ.



    ໃນຂະບວນການພັດທະນາອຸດສາຫະກຳດອກກຸຫຼາບ, ເຊີນວາງຮຸ້ຍແມ່ນໃຫ້ຄວາມສຳຄັນຫຼາຍຕໍ່ການພັດທະນາກະສິກຳ ແລະ ການທ່ອງທ່ຽວໃຫ້ປະສານເຂົ້າກັນ. ພາຍໃຕ້ການສະເໜີຂອງນາງ, ບ້ານມ້າວສູຍໄດ້ສ້າງຕັ້ງກອງທຶນ “ປົກປັກຮັກສາຮ່ວມກັນ ແລະ ຮັ່ງມີຂຶ້ນຮ່ວມກັນ”, ລະດົມຊາວບ້ານເອົາເງິນສ່ວນໜຶ່ງຈາກລາຍໄດ້ຂອງການຂາຍດອກກຸຫຼາບໃຊ້ເຂົ້າໃນການອະນຸລັກ ແລະ ປັບປຸງສິ່ງແວດລ້ອມ, ຜ່ານການປັບປຸງເປັນເວລາຫຼາຍປີ, ສິ່ງແວດລ້ອມຂອງບ້ານມ້າວສູຍນັບມື້ນັບດີຂຶ້ນ, ໄດ້ດຶງດູດນັກທ່ອງທ່ຽວນັບມື້ນັບຫຼາຍ. ປັດຈຸບັນ, ໄດ້ມີຊາວບ້ານ 10 ກວ່າຄອບຄົວເປັນເຈົ້າການສ້າງຕັ້ງເຮືອນພັກ, ທາງບ້ານຍັງໄດ້ຄຶດວິທີເປີດກວ້າງຂະໜາດເຮືອນພັກ, ທັງເພີ່ມທະວີການຄຸ້ມຄອງ ແລະ ການໂຄສະນາ. ຂະນະດຽວກັນ, ຍັງສ້າງຕັ້ງບໍລິສັດທ່ອງທ່ຽວ ເພື່ອດຶງດູດນັກສຶກສາ ແລະ ອົງການຈັດຕັ້ງວິຊາສະເພາະໄປດຳເນີນກິດຈະກຳຢູ່ບ້ານ, ປັດຈຸບັນ ວຽກງານດັ່ງກ່າວໄດ້ຮັບໝາກຜົນດີສົມຄວນ.

    ພາຍໃຕ້ການນຳພາຂອງທ່ານນາງ ເຊີນວ້າງຮຸ້ຍ, ບ້ານມ້າວສູຍໄດ້ນຳໜ້າສ້າງຕັ້ງ “ໂຮງງານບຳບັດຄວາມທຸກຍາກ” ຂອງສູນອຸດສາຫະກຳດອກກຸຫຼາບ. ໃນສາມປີຜ່ານມານີ້, ໂຮງງານຂອງນາງໄດ້ຈ້າງຄົນທີ່ມີລາຍໄດ້ຕ່ຳ ແລະ ຄົນພິການເປັນບຸລິມະສິດລວມ 500 ກວ່າເທື່ອຄົນ, ສະເລ່ຍແລ້ວ ເຮັດໃຫ້ແຕ່ລະຄອບຄົວມີລາຍໄດ້ເພີ່ມຂຶ້ນ 8.000 ກວ່າຢວນຕໍ່ປີ. ປັດຈຸບັນ, “ດອກກຸຫຼາບທີ່ໄດ້ເຮັດໃຫ້ປະຊາຊົນພົ້ນອອກຈາກຄວາມທຸກຍາກ” ເປັນດອກໆ ໄດ້ເປັ່ງບານຢ່າງສວຍງາມ ໃນເຂດພູດອຍ, ປະຊາຊົນທ້ອງຖິ່ນນັບມື້ນັບຮັ່ງມີຂຶ້ນ ແລະ ມີຊີວິດການເປັນຢູ່ນັບມື້ນັບດີຂຶ້ນ.