ຜູ້ຊ່ຽວຊານຄັງປັນຍາຂອງຫຼາຍປະເທດເຫັນວ່າ, ຄວາມທັນສະໄໝແບບຈີນໄດ້ສະໜອງທາງເລືອກໃໝ່ໃຫ້ແກ່ປະເທດພວມພັດທະນາ

2022-12-05 11:25:32 CRI

 

    ຫວ່າງມໍ່ໆມານີ້, ກອງປະຊຸມເວທີເປິກສາຫາລືຄັງປັນຍາລະດັບສູງກ່ຽວກັບການບໍລິຫານປະເທດຂອງປະເທດພວມພັດທະນາຄັ້ງທີ 3 ໄດ້ຈັດຂຶ້ນຜ່ານຮູບແບບເຊິ່ງໜ້າແລະຮູບແບບທາງໄກ, ເຈົ້າໜ້າທີ່ລັດຖະບານປະເທດພວມພັດທະນາ 20 ກວ່າປະເທດຢູ່ອາຊີ, ອາຟຣິກາ ແລະອາເມຣິກາລາຕິນ, ຜູ້ຊ່ຽວຊານແລະນັກວິຊາການທີ່ມີຊື່ສຽງຈາກຄັງປັນຍາຂອງປະເທດອາເມລິກາ-ເອີຣົບແລະຄັງປັນຍາລະດັບສູງຂອງຈີນ ໄດ້ເປິກສາຫາລືກັນຢ່າງເລິກເຊິ່ງໂດຍປິ່ນອ້ອມຫົວຂໍ້ ຜົນສໍາເລັດແລະບົດຮຽນຂອງຄວາມທັນສະໄໝແບບຈີນ, ປະເທດພວມພັດທະນາຄວນເຮັດແນວໃດເພື່ອຊອກຫາເສັ້ນທາງສູ່ຄວາມທັນສະໄໝທີ່ແທດເໝາະກັບສະພາບຕົວຈິງຂອງປະເທດຕົນ ແລະຫົວຂໍ້ອື່ນໆ.

 

    ໃນໂອກາດນີ້, ບັນດາຜູ້ຊ່ຽວຊານທີ່ເຂົ້າຮ່ວມກອງປະຊຸມໄດ້ຊີ້ໃຫ້ເຫັນວ່າ: ເສັ້ນທາງໄປສູ່ຄວາມທັນສະໄໝແມ່ນບໍ່ມີຮູບແບບຕາຍຕົວ ເຊິ່ງເສັ້ນທາງທີ່ແທດເໝາະກັບສະພາບຕົວຈິງຂອງຕົນຈຶ່ງເປັນເສັ້ນທາງດີທີ່ສຸດ. ຄວາມທັນສະໄໝແບບຈີນໄດ້ຢັ້ງຢືນໃຫ້ເຫັນວ່າ, ຄວາມທັນສະໄໝຂອງລັດທິທຶນນິຍົມປະເທດຕາເວັນຕົກບໍ່ແມ່ນຄວາມທັນສະໄໝພຽງໜຶ່ງດຽວເທົ່ານັ້ນ ເຊິ່ງຄວາມທັນສະໄໝແບບຈີນໄດ້ສະໜອງທາງເລືອກໃໝ່ໃຫ້ແກ່ບັນດາປະເທດແລະຊົນຊາດໃນທົ່ວໂລກທີ່ມຸ່ງຫວັງເລັ່ງລັດພັດທະນາພ້ອມທັງຮັກສາຄວາມເປັນເອກະລາດຂອງຕົນ.

 

    ບັນດາຜູ້ຊ່ຽວຊານທີ່ເຂົ້າຮ່ວມກອງປະຊຸມຍັງເຫັນວ່າ: ບັນດາປະເທດພວມພັດທະນາຕ້ອງປົກປັກຮັກສາສັນຕິພາບແລະສະຖຽນລະພາບຂອງໂລກຮ່ວມກັນ ເພື່ອສ້າງສະພາບແວດລ້ອມພາຍນອກທີ່ດີໃຫ້ແກ່ການພັດທະນາຂອງປະເທດຕົນ. ຕ້ອງເພີ່ມທະວີການຮຽນຮູ້ແລະຖອດຖອນບົດຮຽນເຊິ່ງກັນແລະກັນ, ຈັບມືກັນພ້ອມກັນກ້າວໄປຂ້າງໜ້າແລະສະແຫວງຫາການພັດທະນາຮ່ວມກັນບົນເສັ້ນທາງແຫ່ງການສ້າງຄວາມທະສະໄໝ, ພ້ອມດຽວກັນນີ້ຍັງຕ້ອງຮ່ວມກັນຊຸກຍູ້ຄວາມກົມກຽວລະຫວ່າງຄົນກັບທໍາມະຊາດ ເພື່ອ ຊຸກຍູ້ການພັດທະນາແບບຍືນຍົງຂອງໂລກຮ່ວມກັນ.