ຄາດວ່າ FED ຈະປັບເພີ່ມອັດຕາດອກເບັ້ຍອີກໃນກາງເດືອນທັນວານີ້

2022-12-12 12:37:47 CRI

    ຂ່າວສານໂທລະພາບເຄເບິນອາເມລິກາ ຫຼື CNN ລາຍງານໃນວັນທີ 11 ທັນວານີ້ຕາມເວລາທ້ອງຖິ່ນໃຫ້ຮູ້ວ່າ, ຄາດວ່າ, ທະນາຄານກາງຂອງອາເມລິກາ ຫຼື FED ຈະປັບເພີ່ມອັດຕາດອກເບັ້ຍອີກໃນວັນທີ 14 ທັນວານີ້, ແຕ່ການປັບເພີ່ມອັດຕາດອກເບັ້ຍໃນຄັ້ງນີ້ອາດຈະຕ່ຳກວ່າ 4 ຄັ້ງຜ່ານມານີ້.


    ອີງຕາມຂໍ້ມູນຈາກການສັ່ງຊື້ສິນຄ້າລ່ວງໜ້າຕາມອັດຕາດອກເບັ້ຍຂອງຕະຫຼາດຊື້ຂາຍສິນຄ້າຊີກາໂກ ສະແດງໃຫ້ເຫັນວ່າ, ຄວາມອາດເປັນໄປໄດ້ທີ່ FED ຈະປັບເພີ່ມອັດຕາດອກເບັ້ຍສູງຂຶ້ນ 0,5% ໃນເດືອນທັນວານີ້ໄດ້ສູງເຖິງ 80% ແລ້ວ.


    ຕາມຂ່າວແຈ້ງໃຫ້ຮູ້ວ່າ: FED ໄດ້ປັບເພີ່ມອັດຕາດອກເບັ້ຍສູງຂຶ້ນ 0,75% ເປັນ 4 ຄັ້ງລຽນຕິດໃນເດືອນມິຖຸນາ, ກໍລະກົດ, ກັນຍາ ແລະພະຈິກປີນີ້, ຂະນະທີ່ການປັບເພີ່ມອັດຕາດອກເບັ້ຍໃນເດືອນພະຈິກແລ້ວນີ້ເຮັດໃຫ້ອັດຕາດອກເບັ້ຍຂອງ FED ຢູ່ໃນລະດັບລະຫວ່າງ 3,75% ເຖິງ 4% ເຊິ່ງເປັນລະດັບສູງສຸດນັບແຕ່ເດືອນມັງກອນປີ 2008 ເປັນຕົ້ນມາ.