ກອງປະຊຸມສຸດຍອດນັກວິສາຫະກິດຈີນ-ອາເມຣິກາລາຕິນຄັ້ງທີ 15 ຈັດຂຶ້ນຢູ່ປະເທດເອກວາດໍ

2022-12-16 14:53:19 cri


ວັນທີ 14 ທັນວານີ້, ກອງປະຊຸມສຸດຍອດນັກວິສາຫະກິດຈີນ-ອາເມຣິກາລາຕິນຄັ້ງທີ 15 ໄດ້ຈັດຂຶ້ນຢູ່ສູນປະຊຸມກົວຢາຈີວ ເມືອງທ່າ ຢູ່ພາກຕາເວັນຕົກສຽງໃຕ້ຂອງເອກວາດໍ.


ກອງປະຊຸມສຸດຍອດຄັ້ງນີ້ ຈັດຂຶ້ນພາຍໃຕ້ຫົວຂໍ້ “ກຳແໜ້ນກາລະໂອກາດຟື້ນຟູເສດຖະກິດພາຍຫຼັງການລະບາດຂອງພະຍາດໂຄວິດ-19, ສ້າງໂລກເຊື່ອມໂຍງເຊື່ອມຈອດກັນ”, ໂດຍຜູ້ຕາງໜ້າຈາກເຂດອາເມຣິກາລາຕິນ ແລະຈີນໄດ້ເປິກສາຫາລືປິ່ນອ້ອມຫົວຂໍ້ດັ່ງກ່າວໃນກອງປະຊຸມຄົບຄະນະ. ໃນກອງປະຊຸມສຸດຍອດຄັ້ງນີ້ທີ່ດຳເນີນໄປເປັນເວລາ 2 ວັນ, ຝ່າຍເປັນເຈົ້າພາບຍັງໄດ້ຈັດກອງປະຊຸມປິ່ນອ້ອມ 4 ຄັ້ງ, ໂດຍສຸມໃສ່ຄວາມສະດວກດ້ານການຄ້າ, ການຮ່ວມມືດ້ານການເງິນ ແລະພື້ນຖານໂຄງລ່າງ, ການເພີ່ມທະວີການຮ່ວມມືດ້ານຂະແໜງການສີຂຽວ, ການສ້າງເສັ້ນທາງສາຍໄໝສີຂຽວຮ່ວມກັນ, ການເຊື່ອມໂຍງດ້ານດິຈີຕອນ ແລະການລົງເລິກການຮ່ວມມືຈີນ-ອາເມຣິກາລາຕິນ ພ້ອມດ້ວຍເວທີປຶກສາຫາລືການຮ່ວມມືລະຫວ່າງຄັງປັນຍາຈີນ-ອາເມຣິກາລາຕິນ.