ຣັດເຊຍຈະວາງມາດຕະການເພື່ອຮັບມືກັບການລົງໂທດຮອບໃໝ່ຂອງສະຫະພາບເອີຣົບ

2022-12-17 13:28:15 CRI


    ວັນທີ 16 ທັນວານີ້, ທ່ານ ອາເລັກຊັນເດີ ກຣູສໂກ ຮອງລັດຖະມົນຕີກະຊວງການຕ່າງປະເທດຣັດເຊຍກ່າວວ່າ: ການລົງໂທດຮອບໃໝ່ຂອງສະຫະພາບເອີຣົບທີ່ປະຕິບັດຕໍ່ຣັດເຊຍນັ້ນໄດ້ທໍາລາຍຜົນປະໂຫຍດຂອງປະເທດສະມາຊິກສະຫະພາບເອີຣົບເອງ, ຣັດເຊຍຈະວາງມາດຕະການເພື່ອຮັບປະກັນຜົນປະໂຫຍດດ້ານເສດຖະກິດຂອງປະເທດຕົນ.

    ວັນທີ 15 ທັນວານີ້, ຜູ້ແທນປະເທດສະມາຊິກສະຫະພາບເອີຣົບໄດ້ບັນລຸຄວາມເຫັນທີ່ເປັນເອກະພາບກ່ຽວກັບການລົງໂທດຕໍ່ຣັດເຊຍຮອບທີ 9, ເນື້ອໃນລົງໂທດທີ່ກ່ຽວຂ້ອງໄດ້ເປີດເຜີຍໃນຄືນວັນທີ 16 ທັນວານີ້.