ອີຣານຍົກຄວາມສາມາດຂອງຕົນໃຫ້ສູງຂຶ້ນຢ່າງຫຼວງຫຼາຍໃນການສະກັດຢູເຣນຽມຂຸ້ນ

2022-12-18 15:14:09 cri

ວັນທີ 17 ທັນວານີ້ຕາມເວລາທ້ອງຖິ່ນ, ທ່ານອິສລາມີ ປະທານອົງການພະລັງງານປະລະມານູອີຣານກ່າວວ່າ: “ກົດໝາຍວ່າດ້ວຍຍຸດທະສາດຕ້ານການລົງໂທດ” ຂອງອີຣານ ແມ່ນກົດໝາຍວາງແຜນພັດທະນາອຸດສາຫະກຳນິວເຄລຍຂອງປະເທດຕົນ ແລະ ໄດ້ຮັບການຈັດຕັ້ງປະຕິບັດເປັນຢ່າງດີ, “ປັດຈຸບັນ, ຄວາມສາມາດໃນການສະກັດຢູເຣນຽມຂຸ້ນຂອງອີຣານ ໄດ້ເພີ່ມຂຶ້ນໜຶ່ງເທົ່າ”. ທ່ານກ່າວຕື່ມວ່າ: ລັດຖະບານອີຣານໄດ້ກຽມເອກະສານສັງລວມສະບັບໜຶ່ງ ເພື່ອການພັດທະນາອຸດສາຫະກຳນິວເຄລຍ, ແຜນການຕາມຫຼັງຂອງອົງການດັ່ງກ່າວຈະດຳເນີນຢູ່ບົນພື້ນຖານດັ່ງກ່າວ.


ທ່ານອິສລາມີກ່າວເນັ້ນໜັກຕື່ມວ່າ: ການນຳໃຊ້ພະລັງງານນິວເຄລຍ ຈະສາມາດປະຢັດງົບປະມານລາຍຈ່າຍດ້ານເສດຖະກິດເປັນຈຳນວນຫຼວງຫຼາຍໃຫ້ແກ່ປະເທດຕົນ, ສາມາດຫຼຸດການສິ້ນເປືອງວັດຖຸເຊື້ອໄຟຟອດຊິວ ແລະ ວັດຖຸເຊື້ອໄຟທີ່ບໍ່ສາມາດໝູນວຽນໄດ້ ພ້ອມທັງປັບປຸງສິ່ງແວດລ້ອມທຳມະຊາດໃຫ້ດີຂຶ້ນ.