ຈີນຈະພັດທະນາເສດຖະກິດດີຈີຕອນຢ່າງແຂງແຮງ ແລະສ້າງໂອກາດໃໝ່ໃຫ້ແກ່ໂລກ

2022-12-19 15:48:43 CRI

 

    ກອງປະຊຸມວຽກງານເສດຖະກິດຂັ້ນສູນກາງຂອງຈີນທີ່ຈັດຂຶ້ນໃນຫວ່າງມໍ່ມາໆນີ້ໄດ້ສະເໜີຢ່າງຊັດເຈນວ່າ: ຕ້ອງພັດທະນາເສດຖະກິດດີຈີຕອນຢ່າງແຂງແຮງ, ສະໜັບສະໜູນວິສາຫະກິດທີ່ກ່ຽວຂ້ອງເສີມຂະຫຍາຍບົດບາດຂອງຕົນໃນການນໍາພາການພັດທະນາ, ສ້າງວຽກເຮັດງານທໍາ ແລະການແຂ່ງຂັນສາກົນ. ກໍາແໜ້ນໂອກາດໃໝ່ໃນຂະບວນການທີ່ຂະແໜງການທົ່ວໂລກປັບປຸງໂຄງປະກອບ, ມີຄວາມກ້າທີ່ປະດິດສ້າງຂົງເຂດໃໝ່ ແລະຍາດໄດ້ຜົນສໍາເລັດໃນການແຂ່ງຂັນອັນໃໝ່.

    ອີງຕາມຕົວເລກສະຖິຕິສະແດງໃຫ້ເຫັນວ່າ: ນັບແຕ່ປີ 2012 ຮອດປີ 2022, ຍອດຈໍານວນເສດຖະກິດດີຈີຕອນຈີນໄດ້ເພີ່ມຈາກ 1.100 ຕື້ຢວນ ຂຶ້ນເປັນ 4.500 ຕື້ຢວນ, ເຊິ່ງກວມເອົາລວມຍອດຜະລິດຕະພັນພາຍໃນ ຫຼື GDP ຈາກ 21,6% ຂຶ້ນເປັນ 39,8%.



    ຈີນໄດ້ສ້າງສໍາເລັດພື້ນຖານໂຄງລ່າງດ້ານອິນເຕີເນັດທີ່ມີຂະໜາດໃຫຍ່ທີ່ສຸດ ແລະເຕັກນິກນໍາໜ້າທີ່ສຸດຢູ່ໃນໂລກ, ນະຄອນທັງໝົດລ້ວນແຕ່ໄດ້ສ້າງສໍາເລັດຕາໜ່າງຟາຍເບີ (Fiber) ຢ່າງຮອບດ້ານ, ສະຖານີ 5G ມີເຖິງ 1,7 ລ້ານແຫ່ງ, ຜູ້ນໍາໃຊ້ໂທລະສັບ 5G ມີຫຼາຍກວ່າ 420 ລ້ານເລກໝາຍ. ຂໍ້ມູນໃຫຍ່ ຫຼື ບິກດາຕາ ແລະອັດສະລິຍະໄດ້ເລັ່ງລັດການເຊື່ອມໂຍງເຂົ້າກັບຂະແໜງການຕ່າງໆ, ເຊັ່ນ: ອຸດສາຫະກໍາ, ພະລັງງານ, ການແພດ, ຄົມມະນາຄົມ, ການສຶກສາ, ກະສິກໍາ ແລະອື່ນໆ. ປີ 2021, ຍອດຈໍານວນການຂາຍຍ່ອຍສິນຄ້າທີ່ຈັບບາຍໄດ້ຜ່ານທາງອິນເຕີເນັດໄດ້ບັນລຸ 1.000 ຕື້ຢວນເປັນຄັ້ງທໍາອິດ.

    ປີ 2020, ຈີນໄດ້ສະເໜີ “ຂໍ້ລິເລີ່ມຄວາມໝັ້ນຄົງດ້ານຂໍ້ມູນທົ່ວໂລກ”, ຫວັງວ່າຈະຖືຂໍ້ລິເລີ່ມດັ່ງກ່າວເປັນພື້ນຖານ, ຮ່ວມກັບບັນດາປະເທດເປິກສາຫາລືກົດລະບຽບສາກົນວ່າດ້ວຍການຄຸ້ມຄອງຂໍ້ມູນທີ່ສອດຄ່ອງກັບຄວາມມຸ່ງຫວັງຂອງຝ່າຍຕ່າງໆ ແລະເຄົາລົບນັບຖືຜົນປະໂຫຍດຂອງຝ່າຍຕ່າງໆ. ໃນການກະທໍາຕົວຈິງ, ຈີນໄດ້ຈັດກອງປະຊຸມອິນເຕີເນັດໂລກ 9 ປີລຽນຕິດ, ເຊິ່ງໄດ້ສ້າງກອງປະຊຸມດັ່ງກ່າວໃຫ້ກາຍເປັນເວທີສໍາຄັນຂອງການແລກປ່ຽນ ແລະການຮ່ວມມືດ້ານເສດຖະກິດດີຈີຕອນ, ຈີນຍັງໄດ້ຖືເສດຖະກິດດີຈີຕອນເປັນເນື້ອໃນສໍາຄັນໃນການຮ່ວມມືກັບປະເທດ ແລະເຂດແຄວ້ນທີ່ຢູ່ລຽບຕາມ “ໜຶ່ງແລວໜຶ່ງເສັ້ນທາງ”. ປັດຈຸບັນ, ຈີນໄດ້ເຊັນບົດບັນທຶກຄວາມເຂົ້າໃຈ “ເສັ້ນທາງສາຍໄໝດີຈິຈອນ” ກັບ 17 ປະເທດ, ໄດ້ສ້າງກົນໄກຮ່ວມມືສອງຝ່າຍດ້ານ “ການຄ້າເອເລັກໂຕຣນິກເສັ້ນທາງສາຍໄໝ” ກັບ 23 ປະເທດ.




    ພາຍໃຕ້ສະພາບການທີ່ທົ່ວໂລກມີປະຊາຊົນເກືອບ 3 ຕື້ຄົນຍັງບໍ່ທັນໄດ້ນໍາໃຊ້ອິນເຕີເນັດ ແລະສ່ວນໃຫຍ່ນັ້ນແມ່ນມາຈາກປະເທດທີ່ພວມພັດທະນາ, ຈີນຫວັງວ່າຈະຮ່ວມກັບບັນດາປະເທດຮ່ວມກັນສ້າງສະພາບແວດລ້ອມການພັດທະນາເສດຖະກິດດີຈີຕອນທີ່ເປີດປະຕູສູ່ພາຍນອກ, ກວມລວມ, ຍຸຕິທໍາ, ທ່ຽງທຳ ແລະບໍ່ຈໍາແນກດູໝິ່ນ, ຊ່ວຍເຫຼືອຜູ້ດ້ອຍໂອກາດສາມາດມີສ່ວນຮ່ວມເຂົ້າໃນການຫັນເປັນດີຈີຕອນ, ຮ່ວມກັນພັດທະນາເສດຖະກິດດີຈີຕອນ, ສ້າງຄວາມຜາສຸກໃຫ້ແກ່ປະຊາຊົນບັນດາປະເທດ.