ຝົນຕົກຢ່າງຕໍ່ເນື່ອງຢູ່ຟີລິບປີນເຮັດໃຫ້ເກີດນ້ຳຖ້ວມແລະມີຜູ້ເສຍຊີວິດຢ່າງໜ້ອຍ 13 ຄົນ

2022-12-27 22:15:31 cri


    ຄະນະກຳມະການບັນເທົາໄພພິບັດແຫ່ງຊາດຟີລິບປີນເປີດເຜີຍໃຫ້ຮູ້ວ່າ: ນັບມາຮອດເວລາ 5 ໂມງຂອງວັນທີ 27 ທັນວານີ້, ຍ້ອນຝົນຕົກຢ່າງຕໍ່ເນື່ອງຢູ່ຫຼາຍເຂດຂອງຟີລິບປີນເຮັດໃຫ້ເກີດນ້ຳຖ້ວມແລະມີຜູ້ເສຍຊີວິດຢ່າງໜ້ອຍ 13 ຄົນ,  ຫາຍສາບສູນ 23 ຄົນ. ຈຳນວນຜູ້ປະສົບໄພມີຫຼາຍກວ່າ 160.000 ຄົນ, ໃນນັ້ນມີ 45.000 ຄົນຖືກອົບພະຍົບໄປອາໄສຢູ່ສູນພັກຊົ່ວຄາວແລ້ວ.