ອົງການພາສີແຫ່ງຊາດຈີນປະກາດຊຸກຍູ້ການຟື້ນຟູການຂົນສົ່ງສິນຄ້າ ແລະຜູ້ໂດຍສານຜ່ານ ດ່ານຊາຍແດນຢ່າງເປັນລະບຽບ ແລະໝັ້ນທ່ຽງ

2022-12-29 13:24:46 cri

ວັນທີ 28 ທັນວານີ້, ອົງການພາສີແຫ່ງຊາດຈີນປະກາດວ່າ: ນັບແຕ່ວັນທີ 28 ທັນວາ 2022 ເປັນຕົ້ນໄປ, ແຂວງ ແລະ ເຂດປົກຄອງຕົນເອງທີ່ກ່ຽວຂ້ອງໄດ້ຊຸກຍູ້ການຟື້ນຟູ ການຂົນສົ່ງສິນຄ້າ ແລະຜູ້ໂດຍສານຜ່ານດ່ານຊາຍແດນຕາມຂັ້ນຕອນຢ່າງເປັນລະບຽບ ແລະ ໝັ້ນທ່ຽງ.

ເນື້ອໃນລະອຽດລວມມີ: ນັບແຕ່ວັນທີ 8 ມັງກອນ 2023 ເປັນຕົ້ນໄປ, ຈະຍົກເລີກການກວດນິວຄະເລອິກຕໍ່ບຸກຄົນທີ່ຈະເຂົ້າມາປະເທດຈີນ, ແຕ່ຕ້ອງແຈ້ງຜົນການກວດນິວຄະເລອິກພາຍໃນ 48 ຊົ່ວໂມງກ່ອນເຂົ້າປະເທດຈີນຕໍ່ດ່ານພາສີ; ຖ້າຂໍ້ມູນແຈ້ງສຸຂະພາບຜ່ານດ່ານເປັນປົກກະຕິ ແລະຜົນການກັກກັນພະຍາດລະບາດຕາມແຜນປົກກະຕິຢູ່ດ່ານ ບໍ່ໄດ້ຜິດປົກກະຕິ, ກໍຈະໄດ້ຮັບການອະນຸຍາດໃຫ້ເຂົ້າສັງຄົມຈີນໄດ້ເລີຍ.  ຖ້າຂໍ້ມູນແຈ້ງສຸຂະພາບຜ່ານດ່ານຜິດປົກກະຕິ ຫຼື ມີອາການເປັນໄຂ້ ແລະອາການອື່ນໆ, ຈະຮັບມືແກ້ ໄຂ ໂດຍແບ່ງປະເພດຕາມຜົນການກວດກາ; ຍົກເລີກການກວດນິວຄະເລອິກຫາເຊື້ອພະຍາດໂຄວິດ-19 ຕໍ່ອາຫານ ແຊ່ເຢັນ ແລະ ສິນຄ້າທີ່ບໍ່ແຊ່ເຢັນຢູ່ຕາມດ່ານ ແລະມາດຕະການອື່ນໆ.