ຂະບວນລົດໄຟຫວຽດນາມ-ຈີນ-ກາຊັກສະຖານເລີ່ມເປີດບໍລິການ

2023-01-01 12:00:06 CRI

  


    ວັນທີ 31 ທັນວາ 2022 ທີ່ຜ່ານມາ, ຂະບວນລົດໄຟສາກົນຖ້ຽວ 75140 ທີ່ບັນຈຸສິນຄ້າທີ່ຈັບຕ້ອງໄດ້ ເຊັ່ນ: ອາໄຫຼ່ເອເລັກໂຕຣນິກ ແລະອື່ນໆ ໄດ້ອອກເດີນທາງຈາກນະຄອນພີງຊຽງ, ເຂດປົກຄອງຕົນເອງເຜົ່າຈວ້າງກວາງຊີ, ປະເທດຈີນ, ເພື່ອແລ່ນໄປສູ່ປະເທດກາຊັກສະຖານໂດຍຜ່ານຂະບວນລົດໄຟຈີນ-ເອີຣົບ, ຄາດວ່າຈະໃຊ້ເວລາ 25 ວັນຈຶ່ງຮອດຈຸດໝາຍປາຍທາງ.

    ການອອກເດີນທາງຢ່າງສະດວກຂອງຂະບວນລົດໄຟດັ່ງກ່າວ ເປັນຂີດໝາຍສະແດງໃຫ້ເຫັນເຖິງຂະບວນລົດໄຟຈີນ-ຫວຽດນາມ ແລະ ຈີນ-ເອີຣົບໄດ້ເພີ່ມ ເສັ້ນທາງສາຍໃໝ່, ເຊິ່ງເປັນການຄໍ້າປະກັນອັນແຂງແຮງໃຫ້ແກ່ການໝູນວຽນຂອງເສດຖະກິດພາຍໃນປະເທດຈີນ ແລະຕ່າງປະເທດມີຄວາມສະດວກ.

    ການເປີດເສັ້ນທາງໃໝ່ລະຫວ່າງຫວຽດນາມ-ຈີນ-ກາຊັກສະຖານຂອງຂະບວນລົດໄຟຈີນ-ຫວຽດນາມ ແລະ ຈີນ-ເອີຣົບ ໄດ້ປັບປຸງຕາໜ່າງຂົນສົ່ງສິນຄ້າທີ່ຈັບຕ້ອງໄດ້ສາກົນຂອງອາຊຽນໃຫ້ສົມບູນກວ່າເກົ່າ, ໄດ້ຫຍໍ້ເວລາການຂົນສົ່ງຢ່າງຫຼວງຫຼາຍ ແລະໄດ້ຍົກສູງປະສິດທິພາບດ້ານການຂົນສົ່ງ, ເຊິ່ງຈະເປີດກວ້າງບໍລິເວນປົກຄຸມຂອງຂະບວນລົດໄຟສາກົນເຂດກວາງຊີ ຢູ່ພາກພື້ນອາຊີ-ເອີຣົບ ແລະອາຊີອາຄະເນ.