ປີ 2023, ຈີນມອບຂອງຂວັນປີໃໝ່ອັນລ້ຳຄ່າໃຫ້ແກ່ໂລກ

2023-01-01 22:01:29 cri

ມື້ທຳອິດຂອງປີ 2023, ໝົດທຸກຄົນໃນໂລກໄດ້ຕ້ອນຮັບແສງສະຫວ່າງຂອງປີໃໝ່ ແລະ ໄດ້ຮ່ວມກັນປາຖະໜາໃຫ້ໂລກມີສັນຕິພາບ ແລະ ການພັດທະນາ. ກ່ອນໜ້ານີ້ມື້ໜຶ່ງ, ທ່ານສີຈິ້ງຜິງ ປະທານປະເທດຈີນໄດ້ສົ່ງຄຳອວຍພອນປີໃໝ່ປີ 2023 ໂດຍຜ່ານວິທະຍຸໂທລະພາບສູນກາງຈີນ ຫຼື CMG ແລະ ອິນເຕີເນັດ ໂດຍກ່າວເນັ້ນວ່າ: ຈີນໃນຊູ່ມື້ນີ້ໄດ້ຕິດຕໍ່ພົວພັນກັບໂລກຢ່າງແໜ້ນແຟ້ນ, ຈີນໃນອະນາຄົດຈະສວຍງາມກວ່າເກົ່າ ພ້ອມທັງອວຍພອນໃຫ້ໂລກຈົ່ງມີສັນຕິພາບ, ສວຍງາມ ແລະ ມີຄວາມສະຫງົບສຸກ.


ນີ້ແມ່ນຄວາມປາຖະໜາປີໃໝ່ຂອງຈີນ ແລະ ກໍແມ່ນຂອງຂວັນປີໃໝ່ທີ່ລ້ຳຄ່າສຳລັບໂລກ. ນັກວິເຄາະສາກົນຫຼາຍທ່ານເຫັນວ່າ: ຄຳອວຍພອນປີໃໝ່ຂອງທ່ານປະທານສີຈິ້ນຜິງເຊີດຊູກຳລັງໃຈຫຼາຍ ແລະ ເຮັດໃຫ້ໂລກຮູ້ສຶກຕື່ນເຕັ້ນດີໃຈ.

ໃນປີ 2022 ທີ່ຫາກໍ່ຜ່ານພົ້ນໄປ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນໄດ້ໄຂຂຶ້ນຢ່າງສຳເລັດຜົນຢ່າງຈົບງາມ, ຖືກສື່ມວນຊົນສາກົນຖືເປັນ “ເຫດການສຳຄັນທີ່ສຸດຂອງຈີນໃນປີນັ້ນ”. ກອງປະຊຸມຄັ້ງນີ້ບໍ່ພຽງແຕ່ໄດ້ເປີດຂະບວນການອອກເດີນທາງຄັ້ງໃໝ່ແຫ່ງການສ້າງສັງຄົມນິຍົມຢ່າງຮອບດ້ານຂອງຈີນເທົ່ານັ້ນ, ກໍໄດ້ກາຍເປັນຈຸດເລີ່ມຕົ້ນໃໝ່ ສຳລັບຈີນແລະໂລກຈັບມື້ກັນ ເພື່ອຮ່ວມກັນສ້າງອະນາຄົດທີ່ດີງາມ. ຈີນຍັງໄດ້ເປັນເຈົ້າພາບຈັດງານກິລາໂອລິມປິກລະດູໜາວປັກກິ່ງ ແລະ ງານກິລາໂອລິມປິກລະຄົນພິການລະດູໜາວປັກກິ່ງຢ່າງສຳເລັດຜົນ, “ຫິມະແຫ່ງຄວາມສາມັກຄີ” ໄດ້ນຳເອົາຄວາມຫວັງ ແລະ ຄວາມອົບອຸ່ນມາໃຫ້ແກ່ໂລກ.


ປີ 2022 ທີ່ຫາກໍ່ຜ່ານພົ້ນໄປ, ຈີນສືບຕໍ່ຄອງຖານະເປັນກຸ່ມເສດຖະກິດໃຫຍ່ອັນດັບ 2 ຂອງໂລກ, ລວມຍອດຜະລິດຕະພັນພາຍໃນ ຫຼື GDP ໃນປີ 2022 ຂອງຈີນຄາດວ່າ ຈະບັນລຸຫຼາຍກວ່າ 120.000 ຕື້ຢວນ. ໃນປີ 2022 ທີ່ເສດຖະກິດທົ່ວໂລກໄດ້ຊຸດໂຊມລົງ, ເສດຖະກິດຈີນມີຄວາມທົນທານໜຽວແໜ້ນ, ມີຄວາມສາມາດບົ່ມຊ້ອນທີ່ໃຫຍ່ຫຼວງ ແລະ ມີຊີວິດຊີວາ, ພື້ນຖານເສດຖະກິດຈີນທີ່ມີການພັດທະນາໄປໃນທິດທາງທີ່ດີເປັນໄລຍະຍາວ ບໍ່ໄດ້ມີການປ່ຽນແປງແຕ່ຢ່າງໃດ.


ປີ 2022 ທີ່ຫາກໍ່ຜ່ານພົ້ນໄປ, ສະພາບການແພ່ລະບາດຂອງພະຍາດໂຄວິດ-19 ໄດ້ຍັງເກີດຂຶ້ນເລື້ອຍໆ, ໂອມິກຄຣອນໄດ້ລົບກວນໂລກ, ລັດຖະບານຈີນໄດ້ຍຶດໝັ້ນປະຊາຊົນຢູ່ເໜືອທຸກສິ່ງທຸກຢ່າງ ແລະ ຊີວິດຢູ່ເໜືອທຸກສິ່ງທຸກຢ່າງ ມາໂດຍຫຼອດ, ຍຶດໝັ້ນປ້ອງກັນແລະຄວບຄຸມການແພ່ລະບາດຂອງພະຍາດຢ່າງຖືກຕ້ອງຕາມເປົ້າໝາຍຕາມຫຼັກວິທະຍາສາດ. “ການປ້ອງກັນ ແລະ ຄວບຄຸມການແພ່ລະບາດຂອງພະຍາດໂຄວິດ-19 ໄດ້ກ້າວເຂົ້າສູ່ໄລຍະໃໝ່, ຍັງແມ່ນໄລຍະທີ່ເຕັມໄປດ້ວຍຄວາມຫຍຸ້ງຍາກ, ຄົນທັງຫຼາຍຕ່າງກໍກຳລັງຍຶດໝັ້ນສູ້ຊົນ, ແສງສະຫວ່າງບໍ່ໄກພໍປານໃດອີກ.” ການວິນິດໄສຂອງທ່ານສີຈິ້ນຜິງໄດ້ເພີ່ມຄວາມໝັ້ນໃຈທີ່ລ້ຳຄ່າໃຫ້ແກ່ຈີນ ແລະ ໂລກ.

ປີ 2022 ທີ່ຫາກໍ່ຜ່ານພົ້ນໄປ, ສະພາບການປ່ຽນແປງແບບບໍ່ເຄີຍມີມາກ່ອນໃນຮອບຮ້ອຍປີ ໄດ້ຜັນແປໄວຂຶ້ນ, ໂລກນີ້ບໍ່ມີສັນຕິພາບພໍປານໃດ, ຈີນໄດ້ຕິດຕໍ່ພົວພັນກັບໂລກແໜ້ນແຟ້ນກວ່າເກົ່າ. ທ່ານສີຈິ້ນຜິງໄດ້ຕ້ອນຮັບເພື່ອນມິດທັງເກົ່າແລະໃໝ່ຫຼາຍທ່ານຢູ່ນະຄອນຫຼວງປັກກິ່ງ ແລະກໍໄດ້ໄປບັນຍາຍຈຸດຢືນຂອງຈີນຢູ່ຕ່າງປະເທດ, ພະຍາຍາມອຸທິດສະຕິປັນຍາ ແລະ ແຜນການຈີນ ເພື່ອແກ້ໄຂບັນຫາຄວາມຫຍຸ້ງຍາກຂອງໂລກ.


ທ່ານສີຈິ້ນຜິງກ່າວເນັ້ນໜັກວ່າ: “ຖ້າປະຊາຊົນຈີນ 1,4 ຕື້ຄົນ ສາມັກຄີເປັນຈິດໜຶ່ງໃຈດຽວກັນ ແລະ ຮ່ວມແຮງຮ່ວມໃຈກັນ, ຈະສາມາດເຮັດທຸກສິ່ງທຸກຢ່າງໃຫ້ສຳເລັດໄດ້ ແລະ ຜ່ານຜ່າຄວາມຫຍຸ້ງຍາກຕ່າງໆນານາໄດ້.” ນີ້ແມ່ນພື້ນຖານຂອງປະຊາຊົນຈີນ ເພື່ອເຮັດໃຫ້ເປົ້າໝາຍທີ່ຍິ່ງໃຫຍ່ກາຍເປັນຄວາມຈິງທີ່ດີງາມ. ປະຊາຄົມໂລກໄດ້ຄອງຄອຍໃຫ້ຈີນກາຍເປັນຈຸດໝາຍປາຍທາງໃນການດຶງດູດການລົງທຶນຈາກທົ່ວໂລກ ແລະ ເປັນກຳລັງຂັບເຄື່ອນທີ່ແຂງແຮງໃຫ້ແກ່ເສດຖະກິດໂລກ ຫຼັງການແພ່ລະບາດຂອງພະຍາດໂຄວິດ-19.