ສະຫະພາບເອີຣົບກ່າວວ່າ: ຮ່າງກົດໝາຍວ່າດ້ວຍການຫຼຸດຜ່ອນໄພເງິນເຟີ້ຂອງອາເມຣິກາ ບໍ່ເຄົາລົບກະຕິກາຂອງອົງການການຄ້າໂລກ

2023-01-03 14:20:40 cri

ວັນທີ 2 ມັງກອນນີ້, ທ່ານໂຈສ ໂບເຣັນ ຜູ້ຕາງໜ້າລະດັບສູງກ່ຽວກັບນະໂຍບາຍການຕ່າງປະເທດແລະຄວາມໝັ້ນຄົງສະຫະພາບເອີຣົບໄດ້ເຜີຍແຜ່ບົດຄວາມ ໂດຍໄດ້ຕິຕຽນຮ່າງກົດໝາຍວ່າດ້ວຍການຫຼຸດຜ່ອນໄພເງິນເຟີ້ຂອງອາເມຣິກາ. ບົດຄວາມດັ່ງກ່າວລະບຸວ່າ: ຮ່າງກົດໝາຍສະບັບນີ້ຈະໃຫ້ເງິນອຸດໜູນສາທາລະນະແກ່ບໍລິສັດທີ່ດຳເນີນການຜະລິດຢູ່ອາເມຣິກາ ເຊິ່ງການກະທຳແບບນີ້ຈະທຳລາຍຜົນປະໂຫຍດຂອງວິສາຫະກິດເອີຣົບ, ບໍ່ເຄົາລົບກະຕິກາຂອງອົງການການຄ້າໂລກ.

ເນື້ອໃນບົດຄວາມຂອງທ່ານໂຈສ ໂບເຣັນ ຍັງລະບຸຕື່ມວ່າ: ລັດຖະບານອາເມຣິກາຫວັງຢາກຜ່ານຮ່າງກົດໝາຍວ່າດ້ວຍການຫຼຸດຜ່ອນໄພເງິນເຟີ້ ເພື່ອເລັ່ງລັດການຫັນປ່ຽນຮູບແບບຂອງພະລັງງານ, ແຕ່ແນວຄວາມຄິດຂອງຮ່າງກົດໝາຍສະບັບນີ້ໄດ້ຝ່າຝືນກັບຫຼັກໝັ້ນຂອງສະຫະພາບເອີຣົບ, ຈະທຳລາຍເສດຖະກິດໂລກ, ດັ່ງນັ້ນ, ສະຫະພາບເອີຣົບຄັດຄ້ານການກະທຳທີ່ໃຫ້ເງິນອຸດໜູນສາທາລະນະຂອງອາເມຣິກາ. ທ່ານໂຈສ ໂບເຣັນ ຂຽນຕື່ມວ່າ: ຄວາມສາມາດດ້ານການເງິນຂອງສະຫະພາບເອີຣົບມີຄວາມຈຳກັດ, ການທີ່ໃຊ້ນະໂຍບາຍທີ່ຄືກັນກັບອາເມຣິກາໃນປະເທດສະມາຊິກຕ່າງໆ ຈະແບ່ງແຍກຕະຫຼາດພາຍໃນຂອງສະຫະພາບເອີຣົບ. ສະຫະພາບເອີຣົບພວມສົນທະນາກັບລັດຖະບານອາເມຣິກາເພື່ອແກ້ໄຂຄວາມຂັດແຍ້ງ.