ກອງທັບອາເມຣິກາທີ່ປະຈໍາຢູ່ຊີຣີຢ່າງຜິດກົດໝາຍລັກລອບຂົນນໍ້າມັນເຊື້ອໄຟແລະເຂົ້າບະເລຂອງຊີຣີຢ່າງຕໍ່ເນື່ອງ

2023-01-05 11:50:59 CRI

    ອີງຕາມຂ່າວສານຊີຣີລາຍງານວ່າ: ກອງທັບອາເມຣິກາທີ່ປະຈໍາຢູ່ຊີຣີຢ່າງຜິດກົດໝາຍໄດ້ລັກລອບຂົນຊັບພະຍາກອນນໍ້າມັນເຊື້ອໄຟແລະເຂົ້າບະເລຂອງຊີຣີຢ່າງຕໍ່ເນື່ອງ. ວັນທີ 4 ມັງກອນນີ້ຕາມເວລາທ້ອງຖິ່ນ, ລົດບັນທຸກນໍ້າມັນ 36 ຄັນຂອງກອງທັບອາເມລິກາທີ່ເຕັມໄປດ້ວຍນໍ້າມັນເຊື້ອໄຟທີ່ໄດ້ລັກຂຸດເຈາະຢູ່ບໍ່ນໍ້າມັນທາງພາກຕາເວັນອອກສຽງເໜືອຂອງຊີຣີ, ໄດ້ຂັບຜ່ານຈຸດຜ່ານແດນທີ່ຜິດກົດໝາຍແລະຂົນສົ່ງໄປຮອດຖານທັບອາເມລິກາທີ່ຕັ້ງຢູ່ພາກເໜືອຂອງປະເທດອີຣັກ.


    ພ້ອມດຽວກັນນີ້, ລົດຫຸ້ມເກາະຂອງກອງທັບອາເມລິກາໄດ້ຕິດຕາມລົດອີກຂະບວນໜຶ່ງທີ່ປະກອບດ້ວຍລົດບັນທຸກ ແລະລົດບັນທຸກນໍ້າມັນ 24 ຄັນ, ຂົນສົ່ງເຂົ້າບະເລແລະນໍ້າມັນເຊື້ອໄຟທີ່ລັກລອບຢູ່ຊີຣີນັ້ນອອກຈາກປະເທດຊີຣີຢ່າງຜິດກົດໝາຍ.


    ປັດຈຸບັນ, ກອງທັບອາເມຣິກາທີ່ປະຈໍາຢູ່ຊີຣີຢ່າງຜິດກົດໝາຍແລະກຸ່ມປະກອບອາວຸດຕໍ່ຕ້ານລັດຖະບານທີ່ຝ່າຍອາເມຣິກາສະໜັບສະໜູນນັ້ນ ໄດ້ຍຶດເອົາດິນແດນສ່ວນໃຫຍ່ຢູ່ພາກຕາເວັນອອກສຽງເໜືອຂອງຊີຣີ, ໄດ້ຄວບຄຸມບໍ່ນໍ້າມັນທີ່ສໍາຄັນຂອງຊີຣີ ແລະໄດ້ລັກລອບຂົນນໍ້າມັນເຊື້ອໄຟແລະສະບຽງອາຫານຂອງຊີຣີຢູ່ເລື້ອຍໆ, ສົ່ງຜົນເຮັດໃຫ້ຊີຣີເກີດວິກິດການດ້ານພະລັງງານຢ່າງໜັກໜ່ວງ, ພ້ອມທັງເຮັດໃຫ້ໄພມະນຸດສະທໍາຢູ່ຊີຣີເຄັ່ງຕຶງຂຶ້ນຕື່ມອີກ.