ຫຼາຍອົງການການບິນແລະສະໜາມບິນສາກົນບໍ່ພໍໃຈນຳສະຫະພາບເອີຣົບທີ່ຕ້ອງການກວດຫາເຊື້ອພະຍາດໂຄວິດ-19 ຕໍ່ຜູ້ໂດຍສານເຂົ້າເມືອງຈາກຈີນ

2023-01-08 15:26:43 cri


   ວັນທີ 5 ມັງກອນນີ້, ອົງການການບິນແລະສະໜາມບິນສາກົນເຊັ່ນ ສະມາຄົມຂົນສົ່ງທາງການບິນສາກົນ ສະມາຄົມບໍລິສັດການບິນເອີຣົບແລະຄະນະກຳມະການສະໜາມບິນສາກົນເອີຣົບເປັນຕົ້ນໄດ້ອອກຖະແຫຼງການຮ່ວມ,ເພື່ອສະແດງຄວາມເສຍໃຈນຳຂໍ້ສະເໜີຂອງສະຫະພາບເອີຣົບທີ່ຮຽກຮ້ອງໃຫ້ຜູ້ໂດຍສານ ເຂົ້າເມືອງຈາກຈີນສະແດງໃບຢັ້ງຢືນຜົນກວດຫາເຊື້ອພະຍາດໂຄວິດ-19ເປັນລົບກ່ອນຂຶ້ນຍົນ,ພ້ອມທັງຫວັງວ່າ,ສະຫະພາບເອີຣົບຈະດຳເນີນການປະເມີນຄືນໃໝ່ ຕໍ່ຂໍ້ສະເໜີໃນກາງເດືອນມັງກອນນີ້.


   ຖະແຫຼງການລະບຸວ່າ: ຂໍ້ສະເໜີຂອງສະຫະພາບເອີຣົບບໍ່ເປັນເອກະພາບກັນ ກັບຜົນປະເມີນທີ່ສູນປ້ອງກັນແລະຄວບຄຸມພະຍາດເອີຣົບປະກາດກ່ອນໜ້ານີ້. ອີງຕາມຜົນປະເມີນດັ່ງກ່າວ, ປາກົດການທີ່ປະເທດຈີນມີຜູ້ຕິດເຊື້ອພະຍາດ ໂຄວິດ-19 ເພີ່ມຂຶ້ນຈຳນວນຫຼາຍໃນປັດຈຸບັນນີ້ ຄາດວ່າຈະບໍ່ກະທົບເຖິງສະພາບ ການລະບາດຢູ່ສະຫະພາບເອີຣົບແລະເຂດເສດຖະກິດເອີຣົບ, ນິ້ແມ່ນຍ້ອນວ່າ ເຊື້ອພະຍາຍາດໂຄວິດ-19 ທີ່ລະບາດຢູ່ປະເທດຈີນໄດ້ລະບາດຢູ່ສະຫະພາບເອີຣົບແລະເຂດເສດຖະກິດເອີຣົບແລ້ວ, ປະຊາຊົນສະຫະພາບເອີຣົບໄດ້ມີພູມຕ້ານທານອ່າວສູງແລ້ວ.


ຖະແຫຼງການລະບຸຕື່ມວ່າ: ສິ່ງທີ່ໜ້າເສຍໃຈນັ້ນແມ່ນ, ຂໍ້ດສະເໜີຂອງສະຫະພາບເອີຣົບ ໃນລະດັບຫຼາຍສົມຄວນແມ່ນການຕອບຮັບໂດຍສັນຊາດຕະຍານ,ແຕ່ບໍ່ແມ່ນການຊີ້ນຳຕາມຫຼັກວິທະຍາສາດແລະມາດຕະການບົນພື້ນຖານການປະເມີນຄວາມສ່ຽງ.