ຝົນຕົກແຮງເຮັດໃຫ້ຟິລິບປິນມີຫຼາຍກວ່າ 610.000 ຄົນປະສົບໄພ

2023-01-15 11:50:45 CRI


    ຄະນະກຳມະການຫຼຸດຜ່ອນໄພພິບັດແຫ່ງຊາດຟິລິບປິນບອກໃຫ້ຮູ້ວ່າ, ມາຮອດເວລາ 5 ໂມງຂອງວັນທີ 15 ມັງກອນນີ້ຕາມເວລາວຽງຈັນ, ຝົນຕົກແຮງຢູ່ຟິລິບປິນໃນຫວ່າງມໍ່ໆມານີ້ໄດ້ເຮັດໃຫ້ 27 ຄົນເສຍຊີວິດ, ອີກ 3 ຄົນຫາຍສາບສູນ.



    ຂ່າວແຈ້ງວ່າ, ປັດຈຸບັນ ຈຳນວນຄົນປະສົບໄພໄດ້ມີຫຼາຍກວ່າ 610.000ຄົນ.


 

    ນັບແຕ່ວັນທີ 2 ມັງກອນເປັນຕົ້ນມາ, ແຫຼ່ງຕ່າງໆຂອງຟິລິບປິນເກີດມີຝົນຕົກແຮງ ແລະ ພາໃຫ້ເກີດໄພພິບັດຕ່າງໆ ເຊັ່ນ: ໄພນ້ຳຖ້ວມ ແລະ ພູເຈືອນເປັນຕົ້ນ.