ຈີນແລະ WHO ສືບຕໍ່ເພີ່ມທະວີການແລກປ່ຽນແລະຮ່ວມມືດ້ານເຕັກນິກປ້ອງກັນແລະຄວບຄຸມການແພ່ລະບາດຂອງພະຍາດໂຄວິດ-19

2023-01-17 15:36:22 cri



     ເວລາ 15 ໂມງຂອງວັນທີ 16 ມັງກອນນີ້, ຄະນະປ້ອງກັນແລະຄວບຄຸມຮ່ວມຂອງລັດຖະບານຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວ, ທ່ານ ໝີ້ເຟີ່ງ ໂຄສົກຂອງຄະນະກຳມະການສຸຂະພາບແລະສາທາລະນະສຸກແຫ່ງຊາດຈີນໄດ້ແຈ້ງໃຫ້ຮູ້ວ່າ: ນັບແຕ່ເກີດການແພ່ລະບາດຂອງພະຍາດໂຄວິດ-19 ເປັນຕົ້ນມາ, ຈີນໄດ້ຍຶດຖືປະຊາຊົນຢູ່ເໜືອກວ່າທຸກສິ່ງທຸກຢ່າງ,ຍຶດຖືຊີວິດຢູ່ເໜືອກວ່າທຸກສິ່ງທຸກຢ່າງຢ່າງສະເໝີຕົ້ນສະໝີປາຍ, ໄດ້ປະກອບສ່ວນທີ່ສຳຄັນເຂົ້າໃນການຕ້ານກັບການແພ່ລະບາດຂອງພະຍາດໂຄວິດ-19 ໃນສາກົນ.



      ວັນທີ 14 ມັງກອນນີ້, ທ່ານ ໝ້າສຽວເຫວີຍ ຫົວໜ້າຄະນະກຳມະການສຸຂະພາບແລະສາທາລະນະສຸກແຫ່ງຊາດຈີນໄດ້ສົນທະນາຜ່ານທາງໂທລະສັບກັບທ່ານ ເຕໂດຣສ໌ ເກເບຣເຢຊຸສ ຜູ້ອຳນວຍການໃຫຍ່ອົງການອະນາໄມໂລກຫຼື WHO ໂດຍໄດ້ແລກປ່ຽນຄວາມເຫັນກ່ຽວກັບວຽກງານປ້ອງກັນແລະຄວບຄຸມການແພ່ລະບາດຂອງພະຍາດໂຄວິດ-19 ໃນປັດຈຸບັນ. WHO ໄດ້ຍ້ອງຍໍຈີນທີ່ໄດ້ແຈ້ງຂ່າວກ່ຽວກັບການແພ່ລະບາດຂອງພະຍາດໂຄວິດ-19 ຢ່າງເປີດເຜີຍໃນກອງປະຊຸມຖະແຫຼງຂ່າວຂອງຄະນະປ້ອງກັນແລະຄວບຄຸມຮ່ວມຂອງລັດຖະບານຈີນ,ໄດ້ເຫັນລັດຖະບານຈີນພວມພະຍາຍາມເປີດກວ້າງການກວດກາແລະປິ່ນປົວຕໍ່ກຸ່ມຄົນປະເພດຕ່າງໆ ເຊິ່ງລວມທັງການຄວບຄຸມດູແລຜູ້ຕິດເຊື້ອພະຍາດໂຄວິດ-19 ທີ່ມີອາການໜັກ. ສອງຝ່າຍໄດ້ເຫັນດີເປັນເອກະພາບກັນວ່າຈະສືບຕໍ່ເພີ່ມທະວີການແລກປ່ຽນແລະຮ່ວມມືທາງດ້ານເຕັກນິກປ້ອງກັນແລະຄວບຄຸມການແພ່ລະບາດຂອງພະຍາດໂຄວິດ-19,ຮ່ວມກັນປົກປັກຮັກສາຄວາມໝັ້ນຄົງດ້ານສາທາລະນະສຸກຂອງໂລກ.