ສຳເລັດການເຝິກຊ້ອມລາຍການສະແດງຂອງງານລາຕີສະຫຼອງບຸນກຸດຈີນປີ 2023 ເປັນຄັ້ງທີ 4

2023-01-17 15:33:57 cri



      ພາຍໃຕ້ບັນຍາກາດທີ່ມີ “ຄວາມເບີກບານມ່ວນຊື່ນ,ຄວາມເປັນສິລິມຸງຄຸນ ແລະຄວາມປິຕິຊົມຊື່ນ”, ວັນທີ 16 ມັງກອນນີ້,ງານລາຕີສະຫຼອງບຸນກຸດຈີນປີ 2023 ຂອງວິທະຍຸໂທລະພາບສູນກາງຈີນຫຼື CMG ໄດ້ສຳເລັດການເຝິກຊ້ອມລາຍການສະແດງເປັນຄັ້ງທີ 4 ຢ່າງສະດວກ. ສິລະປະແລະເຕັກນິກໄດ້ເຊື່ອມໂຍງເຂົ້າກັນເປັນຢ່າງດີ,ຄວາມດັ້ງເດີມແລະທັນສະໄໝໄດ້ເຊື່ອມຊຶມເຂົ້າກັນຢ່າງຟົດຟື້ນ, ລາຍການທີ່ສະແດງເປັນຄັ້ງທຳອິດຫຼາຍລາຍການໄດ້ປາກົດອອກດ້ວຍຫົວຄິດປະດິດສ້າງໃໝ່ທາງດ້ານສິລະປະແລະເຕັກນິກ. ນັກຮ້ອງທີ່ຊ່າງແຕ່ງເພງຫຼາຍທ່ານແລະນັກສະແດງທີ່ເກັ່ງໄດ້ຂຶ້ນສະແດງຢູ່ເທິງເວທີຂອງງານລາຕີສະຫຼອງບຸນກຸດຈີນໃນປີນີ້ເປັນຄັ້ງທຳອິດ,ໄດ້ສ້າງບັນຍາກາດທີ່ມີການປະດິດສ້າງໃໝ່ແລະເພີ່ມຄວາມມີຊີວິດຊີວາຢ່າງຟົດຟື້ນໃຫ້ແກ່ງານໃນຄັ້ງນີ້.