ສິ່ງທ້າທາຍຕົ້ນຕໍດ້ານສາທາລະນະສຸກໃນທົ່ວໂລກຍັງມີຢູ່

2023-01-22 15:47:11 cri

 

ວັນທີ 20 ມັງກອນນີ້, ກອງປະຊຸມປະຈຳປີ 2023 ຂອງເວທີປຶກສາຫາລືເສດຖະກິດໂລກທີ່ຈັດຂຶ້ນຢູ່ເມືອງດາວໍສແຫ່ງສະວິດໄດ້ອັດລົງ. ຜູ້ຊ່ຽວຊານ ແລະເຈົ້າໜ້າທີ່ທີ່ໄດ້ເຂົ້າຮ່ວມກອງປະຊຸມດັ່ງກ່າວໄດ້ຊີ້ໃຫ້ເຫັນວ່າ: ເຖິງວ່າເມື່ອທຽບໃສ່ໄລຍະເລີ່ມຕົ້ນຂອງການແຜ່ລະບາດພະຍາດໂຄວິດ-19, ອັດຕາອາການໜັກ ແລະອັດຕາການເສຍຊີວິດຍ້ອນພະຍາດໂຄວິດ-19 ໃນປັດຈຸບັນນີ້ໄດ້ຫຼຸດຕ່ຳລົງຢ່າງຫຼວງຫຼາຍ, ແຕ່ທົ່ວໂລກຍັງພວມຜະເຊີນໜ້າກັບສິ່ງທ້າທາຍດ້ານສາທາລະນະສຸກຫຼາຍຢ່າງ ເຊັ່ນ: ການເຂົ້າເຖິງວັກຊີນຢ່າງສະເໝີພາບກັນ, ການເຜີຍແຜ່ຂໍ້ມູນທີ່ບໍ່ຖືກຕ້ອງຕາມຄວາມຈິງ ແລະອື່ນໆ.

 

ທ່ານເຊສ ເບີກເລ ປະທານຄະນະບໍລິຫານງານສະຫະພັນສ້າງພູມຄຸ້ມກັນດ້ວຍການສັກວັກຊີນທົ່ວໂລກທີ່ໄດ້ເຂົ້າຮ່ວມກອງປະຊຸມດັ່ງກ່າວໄດ້ຊີ້ໃຫ້ເຫັນວ່າ: ພາຍຫຼັງໄດ້ເກີດການແຜ່ລະບາດຂອງພະຍາດໂຄວິດ-19 ເປັນຕົ້ນມາ, ປະເທດທີ່ມີລາຍຮັບຕ່ຳເຊິ່ງກວມເອົາປະມານເຄິ່ງໜຶ່ງໃນໂລກຍັງຊັກຊ້າໃນດ້ານການສັກວັກຊີນ.

 

ຜູ້ຊ່ຽວຊານຍັງໄດ້ສະເໜີວ່າ: ການເຜີຍແຜ່ຂໍ້ມູນຕ່າງໆທີ່ບໍ່ຖືກຕ້ອງຕາມຄວາມຈິງຢ່າງກວ້າງຂວາງຜ່ານທາງສື່ສັງຄົມອອນລາຍໃນປັດຈຸບັນກໍຈະສົ່ງຜົນກະທົບຕໍ່ຄວາມໄວ້ເນື້ອເຊື່ອໃຈກັນລະຫວ່າງປະຊາຊົນກັບລັດຖະບານ, ແລະ ສະຖາບັນຄົ້ນຄວ້າວິທະຍາສາດ ກັບວົງການວິຊາການ.