-53 ອົງສາ! ເມືອງມົ້ວເຫີສ້າງສະຖິຕິອຸນຫະພູມອາກາດຕ່ຳສຸດນັບແຕ່ຈີນມີການບັນທຶກດ້ານອຸຕຸນິຍົມເປັນຕົ້ນມາ

2023-01-23 14:02:15 CRI


ຕາມຂ່າວCRI: ໃນເວລາ 7 ໂມງຂອງວັນທີ 22 ມັງກອນນີ້, ສະຖານີອຸຕຸນິຍົມຢູ່ຕາແສງອາມູເອີ ເມືອງມົ້ວເຫີ ເຂດຕ້າສິ່ງອ່ານຫຼີງ ແຂວງເຮີ່ຍລົງຈ່ຽງຂອງຈີນໄດ້ວັດແທກພົບອຸນຫະຫູມອາກາດຕ່ຳສຸດ ຄື ລົບ 53 ອົງສາ, ເຊິ່ງຕ່ຳກວ່າອຸນຫະພູມຕ່ຳສຸດໃນປີ 1969 ຄື ລົບ 52,3 ອົງສາຢູ່ເມືອງມົ້ວເຫີ, ໄດ້ສ້າງສະຖິຕິອຸນຫະພູມອາກາດຕ່ຳສຸດໃນປະຫວັດສາດ ນັບແຕ່ຈີນມີການບັນທຶກດ້ານອຸຕຸນິຍົມເປັນຕົ້ນມາ.


ອີງຕາມຂໍ້ມູນການຕິດຕາມວັດແທກຈາກອົງການອຸຕຸນິຍົມຂອງເຂດຕ້າສິ່ງອ່ານຫຼີງສະແດງໃຫ້ເຫັນວ່າ, ເມືອງມົ້ວເຫີໄດ້ມີອຸນຫະພູມຕ່ຳກວ່າ ລົບ 50 ອົງສາເປັນເວລາ 3 ມື້ລຽນຕິດມາແລ້ວ.




ເມືອງມົ້ວເຫີຕັ້ງຢູ່ສົ້ນເໜືອສຸດຂອງຈີນ, ຖືກຄົນຈີນເອີ້ນເປັນ: “ຂົ້ວເໜືອ” ຂອງຈີນ. ຢູ່ບ່ອນນີ້, ອຸນຫະພູມສະເລ່ຍຕໍ່ມື້ໃນໝົດປີມີພຽງແຕ່ ລົບ 3 ອົງສາເທົ່ານັ້ນ, ເວລາທີ່ບໍ່ມີໝອກກ້າມມີພຽງແຕ່ 80 ກວ່າມື້ໃນປີໜຶ່ງໆ, ເວລາທີ່ເຂົ້າສູ່ລະດູໜາວແລະຫິມະຕົກກໍ່ກ່ອນກວ່າແຫ່ງອື່ນຂອງຈີນ.