ທ່ານໂຈ ໄບເດນຮັບຮອງວ່າເຫດການຍິງກັນຢູ່ໂລສ໌ເອັນເຈີລິສຈະສ້າງຜົນກະທົບຕໍ່ຄົນເຊື້ອສາຍອາຊີ ແລະ ສັ່ງໃຫ້ທຳນຽບຂາວຊັກທຸງຊາດລົງເຄິ່ງເສົາ

2023-01-24 11:49:38 CRI

    ຕອນຄ່ຳວັນທີ 21 ມັງກອນນີ້, ຢູ່ເຂດຊຸມຊົນ ຊາວອາເມຣິກາເຊື້ອສາຍຈີນທີ່ເມືອງມອນເຕີເຣພາກນະຄອນໂລສ໌ເອັນເຈີລິສປະເທດອາເມຣິກາໄດ້ເກີດເຫດການຍິງກັນອັນຮ້າຍແຮງ, ເຮັດໃຫ້ມີ ຄົນເສຍຊີວິດ 11 ຄົນ ແລະ  ບາດເຈັບ 9 ຄົນ, ປັດຈຸບັນໄດ້ຢືນຢັນວ່າມີພົນລະເມືອງຈີນເສຍຊີວິດໃນເຫດການເທື່ອນີ້. ເວັບໄຊທຳນຽບຂາວແຈ້ງໃຫ້ຮູ້ວ່າ, ໃນຖະແຫຼງການສະບັບໜຶ່ງ, ທ່ານໂຈ ໄບເດນ ປະທານາທິບໍດີອາເມຣິກາໄດ້ສະແດງຄວາມໄວ້ອາໄລຕໍ່ຜູ້ເສຍຊີວິດ ພ້ອມທັງຮັບຮອງວ່າ ນີ້ຈະສ້າງຜົນກະທົບອັນເລິກເຊິ່ງຕໍ່ເຂດຊຸມຊົນຊາວອາເມຣິກາເຊື້ອສາຍອາຊີ ແລະ ຊາວເກາະມະຫາສະໝຸດປາຊິຟິກ.


     ນອກນີ້, ທ່ານໂຈ ໄບເດນໄດ້ປະກາດແຈ້ງການໃນວັນທີ 22 ມັງກອນນີ້ເພື່ອໄວ້ອາໄລຜູ້ເສຍຊີວິດໃນເຫດການຍິງກັນ ແລະ ຈະໃຫ້ອາຄານລັດຖະບານອາເມຣິກາຕ່າງໆ ເຊັ່ນ: ທຳນຽບຂາວເປັນຕົ້ນຊັກທຸງຊາດລົງເຄິ່ງເສົາ ຈົນເຖິງຕາເວັນຕົກດິນໃນວັນທີ 26 ມັງກອນນີ້ຕາມເວລາທ້ອງຖິ່ນ.



     ໃນເວລາເຫດການເກີດຂຶ້ນ, ຢູ່ເຂດມໍ່ບ່ອນເກີດເຫດການຍິງກັນກຳລັງຈັດກິດຈະກຳສະຫຼອງບຸນກຸດຈີນ,ໄດ້ດຶງດູດໝື່ນກວ່າຄົນເຂົ້າຮ່ວມ. ສື່ມວນຊົນອາເມຣິກາກ່າວວ່າ,ນີ້ແມ່ນເຫດການຍິງກັນຮ້າຍແຮງທີ່ສຸດທີ່ເກີດຂຶ້ນຢູ່ນະຄອນໂລສ໌ເອັນເຈີລິສນັບແຕ່ປີ 2008ເປັນຕົ້ນມາ , ກໍ່ແມ່ນເຫດການຍິງປືນຂະໜາດໃຫຍ່ເທື່ອທີ 5 ທີ່ເກີດຂຶ້ນຢູ່ອາເມຣິການັບແຕ່ປີ 2023 ເປັນຕົ້ນມາ.