ໜັງສືພິມ The New York Times ປະເມີນຮູບເງົາເພີ້ຝັນວິທະຍາຂອງຈີນຕ່ຳ ສະແດງໃຫ້ເຫັນເຖິງສອງມາດຕະຖານຂອງສື່ມວນຊົນອາເມຣິກາ

2023-02-02 17:22:04 cri

ວັນທີ 22 ມັງກອນນີ້, ໜັງສືພິມ The New York Times ເຊິ່ງເປັນໜັງສືພິມທີ່ມີຖານະບົດບາດທີ່ສຳຄັນຕໍ່ທະວີບອາເມຣິກາເໜືອ ກໍຄືທົ່ວໂລກນັ້ນ ໄດ້ລົງບົດຄວາມທີ່ມີຫົວຂໍ້ວ່າ: “The Wandering Earth II’ Review: It Wanders Too Far” ໃນໜ້າໜັງສືພິມທີ່ສຳຄັນ ໂດຍໄດ້ນຳໃຊ້ຄຳສັບທີ່ວ່າ “ຕະຫຼົກ” “ໂງ່ຈ້າ” ແລະຄຳສັບແບບມີລັກສະນະໂຈມຕີ ເພື່ອເວົ້າຂົ່ມຮູບເງົາເລື່ອງ The Wandering Earth II ທີ່ເປັນຮູບເງົາເພີ້ຝັນວິທະຍາຂອງຈີນເລື່ອງໃໝ່ທີ່ກຳລັງສາຍຢູ່ໂຮງຮູບເງົາ ພ້ອມທັງໄດ້ສະແດງຄວາມບໍ່ພໍໃຈຢ່າງແຮງຕໍ່ລັດທິວິລະຊົນແຫ່ງຊາດທີ່ຮູບ

ເງົາດັ່ງກ່າວສະແດງໃຫ້ເຫັນ. ໃນການໃຫ້ຄະແນນທີ່ມີ 100 ຄະແນນເປັນຄະແນນເຕັມນັ້ນ, ໜັງສືພິມ The New York Times ໄດ້ຕີລາຄາພຽງແຕ່ 30 ຄະແນນເທົ່ານັ້ນ ໃຫ້ແກ່ ຮູບເງົາເລື່ອງ The Wandering Earth II ເຊິ່ງເປັນຄະແນນຕ່ຳແບບເສັງບໍ່ຜ່ານ.

ຮູບເງົາດັ່ງກ່າວໄດ້ເລົ່າເຖິງເລື່ອງທີ່ວ່າ: ໃນອະນາຄົດຈະເກີດ “ວິກິດການຂອງດວງຕາເວັນ” ແລະໂລກໃກ້ຈະຖືກທຳລາຍ, ປະເທດຕ່າງໆໃນໂລກຮ່ວມມືກັນເປັນປະຊາຄົມຮ່ວມຊາຕາກຳ ເພື່ອຮ່ວມກັນຮັບມືກັບໄພພິບັດ. ໜັງສືພິມ The New York Times ກະໂດດອອກມາໃສ່ຮ້າຍປ້າຍສີຮູບເງົາເພີ້ຝັນວິທະຍາຂອງຈີນຢ່າງຟ້າວຟັ່ງແບບນີ້ ແມ່ນຍ້ອນວ່າຈິດໃຈມວນມະນຸດໄດ້ຫຼອມລວມເຂົ້າກັນແບບບໍ່ມີລັດທິເຈົ້າອຳນາດຢູ່ຕໍ່ໜ້າພິໄພບັດໃນຮູບເງົາເລື່ອງນີ້ ໄດ້ຈີ້ຖືກຈຸດອ່ອນຂອງອາເມຣິການັ້ນເອງ.

ຮູບເງົາເລື່ອງນີ້ແມ່ນຕ່າງກັນກັບຮູບເງົາເພີ້ຝັນວິທະຍາຂອງອາເມຣິກາ ເພາະວ່າອຸປະກອນພື້ນຖານໂຄງລ່າງທີ່ສຸດຍອດ ແລະຜະລິດຕະພັນທາງເຕັກໂນໂລຊີຂັ້ນສູງຕ່າງໆ ເຊັ່ນ: ລິບອະວະກາດ, ອິນເຕີເນັດທີ່ເຊື່ອມຕໍ່ທຸກສິ່ງທຸກຢ່າງເປັນຕົ້ນ ບໍ່ແມ່ນຈິນຕະນາການຂຶ້ນມາຊື່ໆ, ໃນນັ້ນ, ມີເຄື່ອງໃຊ້ຈຳນວນໜຶ່ງໄດ້ຖືກນຳໃຊ້ໃນຊີວິດຕົວຈິງແລ້ວ. ຮູບເງົາເລື່ອງນີ້ແມ່ນຖ່າຍທຳບົນພື້ນຖານລະບົບອຸດສາຫະກຳທີ່ເຂັ້ມແຂງຂອງຈີນ ເຊິ່ງໄດ້ສ່ອງແສງໃຫ້ເຫັນເຖິງລະດັບເຕັກໂນໂລຊີ ແລະວັດທະນະທຳຂອງຈີນ, ເນັ້ນໜັກເຖິງແນວຄິດແກນກາງຂອງປະຊາຄົມຮ່ວມຊາຕາກຳ ແລະຈິດໃຈລັດທິລວມໝູ່ທີ່ປະຊາຊົນປະເທດຕ່າງໆຮ່ວມກັນກອບກູ້ ໂລກ ເຊິ່ງຂັດແຍ້ງກັບທັດສະນະລັດທິວິລະຊົນເອກະຊົນຂອງອາເມຣິກາທີ່ວ່າ: ມີແຕ່ຄົນອາເມຣິກາເທົ່ານັ້ນ ຈຶ່ງສາມາດກອບກູ້ໜ່ວຍໂລກໄດ້ ເຊິ່ງຮູບເງົາອາເມຣິກາມັກອວດໂອ້ໜັກໜາ. ນີ້ຄືສາເຫດແທ້ຈິງທີ່ພາໃຫ້ໜັງສືພິມ The New York Times ປະເມີນຕໍ່ຮູບເງົາເລື່ອງນີ້ດ້ວຍເຈດຕະນາຮ້າຍ. ພ້ອມກັນນັ້ນ, ກໍໄດ້ສະແດງໃຫ້ເຫັນເຖິງຄວາມອວດອົ່ງ ແລະຄວາມອະຄະຕິ ພ້ອມດ້ວຍສອງມາດຕະຖານດ້ານວັດທະນະທຳຂອງສື່ມວນຊົນອາເມຣິກາ.

ພາຍຫຼັງໄດ້ຖືກອະນາຍາດສາຍຢູ່ໂຮງຮູບເງົາຂອງທະວີບອາເມຣິກາເໜືອແລ້ວ, ເຖິງວ່າຢູ່ອາເມຣິກາມີພຽງແຕ່ 2% ຂອງໂຮງຮູບເງົາທີ່ໄດ້ສາຍຮູບເງົາເລື່ອງ The Wandering Earth II, ແຕ່ໄດ້ຂາຍປີ້ເຂົ້າຊົມມີມູນຄ່າເຖິງ 1.360.000 ໂດລາແລ້ວ ໂດຍໄດ້ກ້າວກະໂດດເຂົ້າໃນ 10 ອັນດັບຕົ້ນຂອງມູນຄ່າການຂາຍປີ້ຊົມຮູບເງົາຢູ່ທະວີບອາເມຣິກາເໜືອ. ນອກນີ້, ອັດຕາການຕີລາຄາດີຈາກນັກວິເຄາະຮູບເງົາມືອາຊີບຕໍ່ຮູບເງົາເລື່ອງນີ້ຢູ່ໃນເວັບໄຊ ROTTEN TOMATOES ທີ່ເປັນເວັບໄຊຮູບເງົາທີ່ມີຊື່ສຽງຂອງອາເມຣິກາ ໄດ້ສູງເຖິງ 77%, ສ່ວນອັດຕາການຕີລາຄາດີຈາກຜູ້ຊົມແມ່ນສູງເຖິງ 96%.