ຖານະຂອງເງິນໂດລາອາດຈະສືບຕໍ່ຫຼຸດລົງໃນການສຳຮອງເງິນຕາຕ່າງປະເທດທົ່ວໂລກ

2023-02-02 10:39:46 cri

ວັນທີ 1 ກຸມພານີ້, ທະນາຄານສະວິສໄດ້ເປີດເຜີຍບົດລາຍງານສະບັບໜຶ່ງກ່ຽວກັບອະນາຄົດຂອງລະບົບເງິນຕາ ໂດຍລະບຸວ່າ: ຄວາມສຳຄັນຂອງເງິນໂດລາໃນການສຳຮອງເງິນຕາຕ່າງປະເທດທົ່ວໂລກ “ຄືຊິມີຄວາມອາດເປັນໄປໄດ້ສູງ” ທີ່ຈະສືບຕໍ່ຫຼຸດລົງ.

ນັກວິເຄາະຂອງທະນາຄານສະວິສກ່າວວ່າ: ມີຫຼັກຖານສາມາດສະແດງໃຫ້ເຫັນວ່າ ທະນາຄານກາງຕ່າງໆໃນທົ່ວໂລກກຳລັງກະຈາຍການລົງທຶນ ເພື່ອຫຼຸດການເພິ່ງພາອາໄສຕໍ່ເງິນໂດລາ, ສາເຫດຕົ້ນຕໍແມ່ນຍ້ອນຢາກຫຼີກລ່ຽງການລົງໂທດຈາກອາເມຣິກາ. ນັກວິເຄາະຊີ້ອອກວ່າ: ພາຍຫຼັງການປະທະກັນລະຫວ່າງຣັດເຊຍ-ອູແກຣນຮຸນແຮງຂຶ້ນຕື່ມອີກ, ອາເມຣິກາໄດ້ນຳໃຊ້ອາວຸດດ້ານເງິນຕາໃນການລົງໂທດຣັດເຊຍຢ່າງເຄັ່ງຄັດ, ເຮັດໃຫ້ຫຼາຍປະເທດສະແຫວງຫາການຫຼຸດພົ້ນອອກຈາກການເພິ່ງພາອາໄສຕໍ່ເງິນໂດລາ.

ນັກວິເຄາະຂອງທະນາຄານສະວິສຍັງມີຄວາມເຫັນຕື່ມວ່າ: ໃນ 20 ປີຜ່ານມາ, ອັດຕາສ່ວນຂອງເງິນໂດລາໃນການສຳຮອງເງິນຕາຕ່າງປະເທດທົ່ວໂລກໄດ້ຫຼຸດລົງຢ່າງຕໍ່ເນື່ອງ, ໂລກກຳລັງເຂົ້າສູ່ລະບົບເງິນຕາທີ່ມີຫຼາຍຂົ້ວກວ່າເກົ່າເທື່ອລະກ້າວ.