ຫຼາຍປະເທດປິດສະຖານກົງສູນປະຈຳຕູຣາເຄຍ

2023-02-06 10:02:38 cri

   

ວັນທີ 5 ກຸມພານີ້, ທ່ານເຣເຊັບ ຕາຢິບ ເອີໂດກັນ ປະທານາທິບໍດີຕູຣາເຄຍກ່າວຢືນຢັນວ່າ: ໄລຍະມໍ່ໆມານີ້, ບາງປະເທດຕາເວັນຕົກໄດ້ປິດສະຖານກົງສູນຂອງປະເທດຕົນປະຈຳຕູຣາເຄຍໂດຍອ້າງສາເຫດວ່າຄວາມໝັ້ນຄົງຖືກຂົ່ມຂູ່, ສະນັ້ນ, ຕູຣາເຄຍຈະຈັດກອງປະຊຸມຄະນະລັດຖະບານໃນວັນທີ 6 ມັງກອນນີ້ເພື່ອທຳຂໍ້ຕົກລົງອັນຈຳເປັນ. ທ່ານເອີໂດກັນກ່າວຕື່ມວ່າ: ກະຊວງການຕ່າງປະເທດຕູຣາເຄຍໄດ້ກ່າວເຕືອນໃຫ້ທູຕານຸທູດຂອງປະເທດເຫຼົ່ານີ້ຢ່າສືບຕໍ່ມີການກະທຳແບບນີ້, ຖ້າບໍ່ດັ່ງນັ້ນ ຈະຕ້ອງເສຍຄ່າຕອບແທນອັນໜັກໜ່ວງ.

 ເມື່ອບໍ່ດົນມານີ້, ຫຼາຍປະເທດຕາເວັນຕົກໄດ້ຖືໄພຂົ່ມຂູ່ຕໍ່ຄວາມໝັ້ນຄົງຮຸນແຮງຂຶ້ນເປັນສາເຫດ ໂດຍໄດ້ປິດສະຖານກົງສູນຂອງປະເທດຕົນປະຈຳຕູຣາເຄຍເປັນການຊົ່ວຄາວ ພ້ອມທັງໄດ້ປະກາດຄຳເຕືອນການເດີນທາງໄປຕູຣາເຄຍ. ຫວ່າງມໍ່ໆມານີ້, ກະຊວງການຕ່າງປະເທດຕູຣາເຄຍໄດ້ຮຽກບັນດາທູດ ແລະຜູ້ຕາງໜ້າຂອງອາເມຣິກາ, ໂຮນລັງ, ສະວິສ, ຊູແອັດ, ອັງກິດ, ເຢຍລະມັນ, ແບັນຊິກ, ຝຣັ່ງ ແລະອີຕາລີ ປະຈຳຕູຣາເຄຍເຂົ້າມາພົບເພື່ອສະແດງຄວາມເປັນຫ່ວງຕໍ່ການກະທຳຂອງປະເທດເຫຼົ່ານີ້ທີ່ໄດ້ປິດສະຖານກົງສູນປະຈຳຕູຣາເຄຍເປັນການຊົ່ວຄາວຫຼືປະກາດຄຳເຕືອນການເດີນທາງໄປຕູຣາເຄຍ.