ອົງການສະຫະປະຊາຊາດໃຫ້ການຊ່ວຍເຫຼືອສຸກເສີນພາຍຫຼັງຕູຣາເຄຍ ແລະ ຊີຣີເກີດແຜ່ນດິນໄຫວ

2023-02-07 10:43:03 CRI


ວັນທີ 6 ກຸມພາ 2023 ນີ້, ຢູ່ພາກໃຕ້ຂອງຕູຣາເຄຍ ທີ່ຢູ່ໃກ້ເຂດຊາຍແດນຕິດກັບຊີຣີໄດ້ເກີດແຜ່ນດິນໄຫວຢ່າງຮຸນແຮງ, ມື້ດຽວກັນ, ອົງການສະຫະປະຊາຊາດໄດ້ດຳເນີນການເຄື່ອນໄຫວຊ່ວຍເຫຼືອກູ້ໄພສຸກເສີນໃນທັນທີ, ເພື່ອໃຫ້ການຊ່ວຍເຫຼືອມະນຸດສະທຳແກ່ເຂດປະສົບໄພ ແລະ ຜູ້ປະສົບໄພ.

 

ວັນທີ 6 ກຸມພານີ້, ທ່ານອັນໂຕນີໂອ ກູເຕີເຣັສ ເລຂາທິການໃຫຍ່ອົງການສະຫະປະຊາຊາດກ່າວວ່າ, ອົງການສະຫະປະຊາຊາດພວມອອກແຮງຢ່າງສຸດຂີດເພື່ອສະໜັບສະໜູນການເຄື່ອນໄຫວກູ້ໄພ, ພວມປະເມີນຄວາມຕ້ອງການຢູ່ເຂດປະສົບໄພ ແລະ ໃຫ້ການຊ່ວຍເຫຼືອ. ທ່ານອາຮິມ ສະເຕເນີ ຜູ້ອຳນວຍການໃຫຍ່ໂຄງການສະຫະປະຊາຊາດເພື່ອການພັດທະນາກ່າວວ່າ, ອົງການຕົນໄດ້ກຽມພ້ອມຈະໃຫ້ການຊ່ວຍເຫຼືອແກ່ຜູ້ປະສົບໄພໃນທຸກເວລາ. ທ່ານເທໂດຣສ ອັນຮານົບ ກິບຣິເຢຊຸດສ ຜູ້ອຳນວຍການໃຫຍ່ອົງການອະນາໄມໂລກກ່າວວ່າ, ໜ່ວຍແພດສຸກເສີນຂອງອົງການອະນາໄມໂລກໄດ້ຮັບການອະນຸມັດ, ຈະໃຫ້ການບໍລິການປິ່ນປົວແກ່ຜູ້ໄດ້ຮັບບາດເຈັບ ແລະ ກຸ່ມຄົນອ່ອນແອທີ່ສຸດ.